(vovworld) - ໃນຂອບເຂດກອງປະຊຸມສົ່ງເສີມການລົງທຶນ ແລະ ຮັບປະກັນຊີວິດສັງຄົມຢູ່ທາງທິດຕາເວັນຕົກສຽງເໜືອ, ເຊິ່ງຈັດຂຶ້ນໃນຕອນຄໍ່າວັນທີ 02/04, ຢູ່ແຂວງ ຕວຽນກວາງ ໄດ້ຈັດງານພົບປະແລກປ່ຽນ “ຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນທາງທິດຕາເວັນຕົກສຽງເໜືອ”. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ທາງທິດຕາເວັນຕົກສຽງເໜືອແມ່ນສະຖານທີ່ຍຸດທະສາດສຳຄັນພິເສດກ່ຽວກັບການປ້ອງກັນຄວາມສະຫງົບ - ເສດຖະກິດຂອງປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ກໍຢືນຢັນວ່າ ໃນຫຼາຍປີຜ່ານມາ ພັກ, ລັດ ໄດ້ສະຫງວນບັນດາແຜນນະໂຍບາຍໃຫ້ບຸລິມະສິດກ່ຽວກັບການພັດນາເສດຖະກິດສັງຄົມ, ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກຮັບປະກັນຊີວິດສັງຄົມໃຫ້ແກ່ທາງທິດຕາເວັນຕົກສຽງເໜືອ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ.
“ງານພົບປະແລກປ່ຽນຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນທາງທິດຕາເວັນຕົກສຽງເໜືອ ແມ່ນໂອກາດທີ່ດີ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ດິນແດນປະຕິວັດຢູ່ທາງທິດເໜືອຂອງປະເທດຊາດ ເພື່ອຊ່ວຍເຫຼືອປະຊາຊົນເຂດທາງທິດຕາເວັນຕົກສຽງເໜືອ ມີຊີວິດເປັນປົກກະຕິ. ຂ້າພະເຈົ້າສະເໜີໃຫ້ບັນດາທ້ອງຖິ່ນ, ວິສາຫະກິດ, ອົງການ, ຫົວໜ່ວຍ, ອົງການຈັດຕັ້ງສາກົນ, ສ່ວນບຸກຄົນຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມກັນມຸ່ງໄປສູ່ທາງທິດຕາເວັນຕົກສຽງເໜືອ, ສືບຕໍ່ສະໜັບສະໜູນຊ່ວຍເຫຼືອປະຊາຊົນທີ່ທຸກຍາກໃນເຂດຮັກແພງອຸ້ມຊູຊ່ວຍເຫລືອກັນດວ້ຍການກະທຳອັນລະອຽດ, ແທດຈິງ”.
ໃນງານພົບປະແລກປ່ຽນ, ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ແລະ ຜູ້ວ່າການທະນາຄານແຫ່ງລັດ ຫງວຽນວັນບິ່ງ ໄດ້ມອບຂອງຂວັນ 20 ພຸດ, ດ້ວຍມູນຄ່າ 30 ລ້ານດົງ/ພຸດ ໃຫ້ແກ່ບັນດາຄອບຄົວທີ່ທຸກຍາກແຂວງຕວຽນກວາງ. ບັນດານັກອຸປະຖຳ, ອົງການຈັດຕັ້ງ, ສ່ວນບຸກຄົນ, ວິສາຫະກິດ ກໍໄດ້ສະໜັບສະໜູນຈຳນວນເງິນເກືອບ 460 ຕື້ດົງ ເພື່ອອຸປະຖຳຮັບປະກັນຊີວິດສັງຄົມຢູ່ເຂດທາງທິດຕາເວັນຕົກສຽງເໜືອ.