50 ປີແຫ່ງການປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ: ສຶກສາອົບຮົບອຸດົມການປະຕິວັດ, ຄຸນສົມບັດ, ແບບແຜນການດຳລົງຊີວິດວັດທະນະທຳໃຫ້ລຸ້ນໜຸ່ມ

(VOVWORLD) -ຕອນບາຍວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໄດ້ຈັດກອງປະຊຸມສຳມະນາດ້ວຍຫົວເລື່ອງ “ສຶກສາອົບຮົບອຸດົມການປະຕິວັດ, ຄຸນສົມບັດ, ແບບແຜນການດຳລົງຊີວິດວັດທະນະທຳໃຫ້ລຸ້ນໜຸ່ມຕາມຄຳພິໄນກຳຂອງປະທານໂຮ່ຈີມິນ”.
50 ປີແຫ່ງການປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ: ສຶກສາອົບຮົບອຸດົມການປະຕິວັດ, ຄຸນສົມບັດ, ແບບແຜນການດຳລົງຊີວິດວັດທະນະທຳໃຫ້ລຸ້ນໜຸ່ມ  - ảnh 150 ປີແຫ່ງການປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ 

ກອງປະຊຸມສຳມະນາດັ່ງກ່າວໄດ້ສຸມໃສ່ແລກປ່ຽນ, ເຮັດແຈ້ງບາງບັນຫາຄື: ບັນດາບັນຫາທິດສະດີ, ພຶດຕິກຳຕົວຈິງ ແລະ ເນື້ອໃນຕົ້ນຕໍຂອງແນວຄິດໂຮ່ຈີມິນ ໃນການບຳລຸງສ້າງ, ສຶກສາອົບຮົບອຸດົມການປະຕິວັດ, ຄຸນສົມບັດ, ແບບແຜນການດຳລົງຊີວິດວັດທະນະທຳໃຫ້ລຸ້ນໜຸ່ມ ເພື່ອແນໃສ່ປຸກລຸກນ້ຳໃຈຮັກຊາດຕາມຄຳພິໄນກຳຂອງປະທານໂຮ່ຈີມິນ; ເສີມຂະຫຍາຍບົດບາດຂອງຄະນະຊາວໜຸ່ມໃນການເຂົ້າຮ່ວມກໍ່ສ້າງພັກ ແລະ ສາມັກຄີ, ເຕົ້າໂຮມຊາວໜຸ່ມ, ສ້າງຊາວໜຸ່ມຫວຽດນາມ ໃນຍຸກສະໄໝໃໝ່ໃຫ້ເຕັມໄປດ້ວຍນ້ຳໃຈຮັກຊາດມີແບບແຜນການດຳລົງຊີວິດທີ່ດີງາມ, ມີອຸດົມການປະຕິວັດ, ມີຄຸນທາດວັດທະນະທຳຊາວຫວຽດນາມ; ບັນດາບົດຮຽນພຶດຕິກຳຕົວຈິງເພື່ອແນໃສ່ຍົກສູງປະສິດທິຜົນໃນວຽກງານບຳລຸງສ້າງ ສຶກສາອົບຮົບອຸດົມການປະຕິວັດ, ຄຸນສົມບັດ, ແບບແຜນການດຳລົງຊີວິດວັດທະນະທຳໃຫ້ລຸ້ນໜຸ່ມຫວຽດນາມ ຕາມຄຳພິໄນກຳຂອງປະທານໂຮ່ຈີມິນໃນໄລຍະປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ