5.000 ຄົນຍ່າງ ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ

(VOVWORLD) - ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ນະຄອນ ໂຮ່ຈີມິນ ໄດ້ຈັດລາຍການ ຍ່າງ ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ດ້ວຍຫົວຂໍ້ “ແຜ່ຂະຫຍາຍຄວາມຮັກແພງ ແລະ ຄວາມຮັບຜິດຊອບ
5.000 ຄົນຍ່າງ ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ - ảnh 15.000 ຄົນຍ່າງ ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ
(ພາບ:Thanh Vũ/TTXVN)

ເນື່ອງໃນເດືອນກະທຳເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ແລະ ລະນຶກ 62 ປີແຫ່ງວັນວິນາດສະກຳທາດພິດສີສົ້ມ/ດີໂອຊິນ ຢູ່ ຫວຽດນາມ (10/8/1961 – 10/8/2023), ຕອນເຊົ້າວັນທີ 12 ສິງຫາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ນະຄອນ ໂຮ່ຈີມິນ ໄດ້ຈັດລາຍການ ຍ່າງ ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ດ້ວຍຫົວຂໍ້ “ແຜ່ຂະຫຍາຍຄວາມຮັກແພງ ແລະ ຄວາມຮັບຜິດຊອບ, ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ”. ເຫດການໄດ້ຈັດຂຶ້ນຢູ່ສວນສາທາລະນະວັດທະນະທຳ ເດີ່ມແຊນ, ດ້ວຍການເຂົ້າຮ່ວມຂອງ 5.000 ຄົນ.

        ກ່າວຄຳເຫັນໄຂລາຍການ, ພົນຈັດຕະວາ ເຈິ່ນງອັກໂຖ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອກຊິນ ນະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ ລາຍການຍ່າງໄດ້ຈັດຂຶ້ນເປັນປະຈຳປີ ເພື່ອສ້າງກອງທຶນໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ໃນບໍລິເວນນະຄອນ. ຄະນະຈັດຕັ້ງຫວັງວ່າ ບັນດາເຫດການຄືແນວນີ້ຈະສົ່ງຜົນກະທົບເລິກເຊິ່ງກ່ຽວກັບສະຕິຄວາມຮັບຜິດຊອບ, ນ້ຳໃຈເມດຕາ, ແບ່ງປັນຄວາມຮັກແພງຂອງປະຊາຄົມ, ມຸ່ງໄປເຖິງຄວາມເອົາໃຈໃສ່, ການໜູນຊ່ວຍທັງດ້ານຈິດໃຈ ແລະ ວັດຖຸເຖິງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ແລະ ຄົນພິການ.

ຕອບກັບ

ຂ່າວ/ບົດ​ອື່ນ