ນະຄອນ ໂຮ່ຈີມິນ ແລະ ເກີນເທີ ຈັດວັນບຸນວິສາຂະບູຊາຢ່າງເຄັ່ງຂຶມ

(VOVWORLD) - ວັນບຸນວິສາຂະບູຊາ ແມ່ນໜຶ່ງໃນບັນດາເຫດການສັກສິດຂອງລູກຫຼານພະພຸດທະເຈົ້າຢູ່ ຫວຽດນາມ ແລະ ຢູ່ທຸກແຫ່ງໃນທົ່ວໂລກ.
ນະຄອນ ໂຮ່ຈີມິນ ແລະ ເກີນເທີ ຈັດວັນບຸນວິສາຂະບູຊາຢ່າງເຄັ່ງຂຶມ - ảnh 1(ພະສົງສຳມະເນນ, ພຸດທະສາສະນິກະຊົນ ແລະ ປະຊາຊົນນັບໝື່ນໆຄົນເຂົ້າຮ່ວມວັນບຸນວິສາຂະບູຊາ)

        ວັນທີ 22 ພຶດສະພາ, ນະຄອນ ໂຮ່ຈີມິນ ແລະ ເກີນເທີ ໄດ້ຈັດວັນບຸນວິສາຂະບູຊາ ພສ 2568 (ປີ 2024) ຂຶ້ນຢ່າງເຄັ່ງຂຶ້ມ, ດ້ວຍການເຂົ້າຮ່ວມຂອງພະສົງສຳມະເນນ, ພຸດທະສາສະນິກະຊົນ ແລະ ປະຊາຊົນນັບໝື່ນໆຄົນ.

        ຢູ່ນະຄອນ ໂຮ່ຈີມິນ, ຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດພິທີຕ້ອນຮັບວັນບຸນວິສາຂະບູຊາ ພສ 2568 (ປີ 2024) ຢ່າງເຄັ່ງຂຶມ ຢູ່ ຫວຽດນາມ ກວກຕື້. ພະອາຈານ ທິກຈີເຈີນ, ຮອງຫົວໜ້າຄະນະວັດທະນະທຳສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ, ໃຫ້ຮູ້ວ່າ:

        “ວັນບຸນວິສາຂະບູຊາ ແມ່ນໜຶ່ງໃນບັນດາເຫດການສັກສິດຂອງລູກຫຼານພະພຸດທະເຈົ້າຢູ່ ຫວຽດນາມ ແລະ ຢູ່ທຸກແຫ່ງໃນທົ່ວໂລກ. ເນື່ອງໃນໂອກາດນີ້, ສະມາຄົມພຸດທະສາສະໜາ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດການເຄື່ອນໄຫວວັດທະນະທຳຫຼາຍຢ່າງ ແລະ ບັນດາວັດຢູ່ນະຄອນ ໂຮ່ຈີມິນ ລ້ວນແຕ່ເຮັດການກຸສົນ”.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ນະຄອນ ເກິນເທີ, ຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ນະຄອນ ເກີນເທີ ກໍ່ໄດ້ວັນບຸນວິສາຂະບູຊາ ພສ 2568 (ປີ 2024) ຂຶ້ນຢ່າງເຄັ່ງຂຶມຢູ່ວັດ ຈຸກເລິມເຟືອງນາມ, ເມືອງ ຟອງດຽນ, ນະຄອນ ເກີນເທີ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ