5.000 ຄົນເຂົ້າຮ່ວມການຍ່າງເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ

(VOVWORLD) -ໂຄງການເຄື່ອນໄຫວຮ່ວມເດີນທາງຍ່າງສ້າງກອງທຶນດ້ວຍຫົວຂໍ້ວ່າ “ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ຄົນພິການທີ່ທຸກຍາກ” ຄັ້ງທີ 11
5.000 ຄົນເຂົ້າຮ່ວມການຍ່າງເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ - ảnh 1 (ພາບປະກອບ: spgp.org.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ “ວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” (11 ສິງຫາ) ເຊິ່ງຈະຖືກດຳເນີນໃນວັນທີ 05 ສິງຫາ, ຢູ່ນະຄອນໂຮ່ຈິມິນ. ເຫດການດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງ 5.000 ຄົນ. ດ້ວຍຫົວຂໍ້ວ່າ “ຂໍຢ່າລືມເຂົາເຈົ້າ - ເຖິງວ່າເພື່ອນຈະແມ່ນໃຜ, ມີທີ່ຕັ້ງບົດບາດຄືແນວໃດໃນສັງຄົມ, ການປະກອບສ່ວນຂອງເພື່ອນຕໍ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ຄົນພິການທີ່ທຸກຍາກ ກໍນຳມາໃຫ້ເຂົາເຈົ້າເຊິ່ງຄວາມເຊື່ອໝັ້ນທີ່ຍິ່ງໃຫຍ່ກວ່າໃນການດຳລົງຊີວິດ”, ໂຄງການເຄື່ອນໄຫວແມ່ນບ່ອນເພື່ອໃຫ້ທຸກໆຄົນໄດ້ຮ່ວມແຮງຮ່ວມໃຈຊ່ວຍເຫຼືອ, ສົ່ງເສີມສຸຂະພາບ, ປົວແປງເງື່ອນໄຂດຳລົງຊີວິດໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ຄົນພິການທີ່ທຸກຍາກໃຫ້ດີຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ