62 ຄົນຮັບບາດເຈັບ,ເຮືອນຊານ200ຫຼັງຖືກທຳລາຍ

62 ຄົນຮັບບາດເຈັບ,ເຮືອນຊານ200ຫຼັງຖືກທຳລາຍ - ảnh 1
ເຫດ​ແຜນ​ດິນ​ໄຫ​ວຢູ່​ອິນ​ໂດ​ເນ​ເຊຍ:
62 ຄົນ​ຮັບ​ບາ​ດ​ເຈັບ,​ເຮືອນ​ຊານ200​ຫຼັງ​ຖືກ​ທຳລາຍ
(ພາບປະກອບ: Aljazeera)

(vovworld) – ​​​ວັນ​ທີ 25/09, ​ໂຄສົກ​ອົງກາ​ນຄຸມ​ຄອງ​ໄພພິບັດ​ທຳ​ມະ​ຊາດ​ຂອງ​ອິນ​ໂດ​ເນ​ເຊຍ Sutopo Purwo Nugroho, ​ໃຫ້​ຮູ້​ວ່າ, ​ເຫດ​ແຜນ​ດິນ​ໄຫວ​ເກີດຂຶ້ນ​​ໃນ​ຕອນ​ຄໍ່​າວັນ​ທີ 24/09, ຢູ່ Papua, ​ເຂດ​ທິດຕາ​ເວັນ​ອອກ​ສຸດ​ຂອງ​ປະ​ເທດ​ນີ້, ​ໄດ້​ເຮັດ​ໃຫ​້ຢ່າງ​ໜ້ອຍ​ສຸດ 62 ຄົນ​ຮັບ​ບາດ​ເຈັບ ​ແລະ ເຮືອນ​ຊານ 200​ ຫຼັງ​ຖືກ​ທຳລາຍ, ​ໃນ​ຈຳນນວນ​ຜູ້​ຮັບ​ບາດ​ເຈັບ, ມີ 17 ຄົນ​ພວມ​ຢູ່​ໃນ​ອາການ​ອັນ​ຕະລາຍ ​ແລະ ຈຳນວນ​ຜູ້​ຖືກ​ເຄາະ​ຮ້າຍ ​ແລະ ລະດັບ​ເສຍ​ຫາຍ​ອາດ​ຈະ​ເພີ່ມ​ຂຶ້ນ.

        ​ເຫດ​ແຜນ​ດິນ​ໄຫວ​ມີ​ຄວາມ​ແຮງ 6,8 ອົງສາຣິກ​ເຕີ, ​ແກ່ຍາວ​ເປັນ​ເວລາ 2 ນາທີ ​ໄດ້​ໃຫ​້​ເຮັດ​ໃຫ້​ທິດຕາ​ເວັນ​ຕົກ Papua ສັນສະ​ເທື່ອນ. ​ແຕ່​ວ່າ, ​ເຈົ້າ​ໜ້າ​ທີ່​ທ່ານ​ໜຶ່ງ​ສັງ​ກັດ​ອົງການ​ອຸຕຸ​ນິຍົມ ​ແລະ ພູ​ມສາດ​ພິຊິກ​ສາດ​ອິນ​ໂດ​ເນ​ເຊ​ຍ ​​ໃຫ້​ຮູ້​ວ່າ, ໄພ​ຄື້ນ​ຟອງ​ຍັກອາດ​ຈະ​ບໍ່​ເກີດ​ຂຶ້ນ.

ຂ່າວ/ບົດ​ອື່ນ