7000 ຄົນເຂົ້າຮ່ວມ ຂະບວນການ “ຂ້ອຍຮັກນະຄອນຫລວງ ຮ່າໂນ້ຍ”

7000 ຄົນເຂົ້າຮ່ວມ    ຂະບວນການ  “ຂ້ອຍຮັກນະຄອນຫລວງ ຮ່າໂນ້ຍ” - ảnh 1
ຊາວຫນຸ່ມນະຄອນຫລວງ ຮ່າໂນ້ຍ ເຮັດອະນາໄມສິ່ງແວດລ້ອມ


(vovworld) - ​ເພື່ອ​ສະ​ເຫລີ​ມສະຫລອງ 58 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫລວງ (ຄື​ວັນ​ທີ 10/10/1954 -10/10/2012) ​ແລະ ຂຳ່ນັບ​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ ​ໂຮ່ຈິ​ມິນ ນະຄອນ ຮ່າ​ໂນ້ຍ ຄັ້ງ​ທີ 14, ຕອນ​ເຊົ້າ​ວັນ​ທີ 6/10 ຢູ່ ສວນສາທາລະນະ Thong Nhat, ຄະນະ​ຊາວ​ຫນຸ່ມ​ນະຄອນ ຮ່າ​ໂນ້ຍ ​ໄດ້​ປຸກລະດົມ​ຂະ​ບວນການ “ຂ້ອຍ​ຮັກ​ນະຄອນຫລວງ ຮ່າ​ໂນ້ຍ” ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສະມາຊິກ​ຄະນະ​ຊາວ​ຫນຸ່ມ, ຊາວ​ຫນຸ່ມ ​ເກືອບ 7000 ຄົນ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຢູ່​ນະຄອນຫລວງ ຮ່າ​ໂນ້ຍ. ອ້າຍ Nguyen Van Thang ຮອງ​ເລຂາ​ຜູ້​ປະຈຳ​ຄະນະ​ຊາວ​ຫນຸ່ມ​ນະຄອນ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        “ຂະ​ບວນການ​ຂ້ອຍ​ຮັກ​ນະຄອນຫລວງ ຮ່າ​ໂນ້ຍ ​ແມ່ນ​ລາຍການ​ສະ​ເພາະ​ຂອງ​ໄວ​ຫນຸ່ມ​ນະຄອນຫລວງ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ບົດບາດ, ຫນ້າ​ທີ່​ຄວາມ​ຮັບຜິດຊອບ​ກໍ​ຄື​ບົດບາດ​ຂອງ​ຊາວ​ຫນຸ່ມ​ສຳລັບ​ວິວັດທະນາ​ການ​ສ້າງສາ​ນະຄອນຫລວງ​ໃຫ້​ຮັ່ງມີ ​ແລະ ສີວິ​ໄລ. ນີ້​ກໍ​ແມ່ນ​ວິທີ​ບໍ່ພຽງ​ແຕ່​ໃຫ້​ຊາວ​ຫນຸ່ມ​ນະຄອນຫລວງ​ຮ່າ​ໂນ້ຍ​ເທົ່າ​ນັ້ນ ຫາກ​ຊາວ​ຫນຸ່ມ​ໃນ​ທົ່ວ​ປະ​ເທ​ດພ້ອມ​ກັນ​ສູ້​ຊົນ​ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງສາ​ນະຄອນຫລວງ​ໃຫ້​ນັບ​ມື້​ນັບ​ຮັ່ງມີ​ສວຍ​ງາມ ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ໄລຍະ​ປ່ຽນ​ແປງ​ໃຫມ່.”

ຂ່າວ/ບົດ​ອື່ນ