95% ວິສາຫະກິດເຕັກໂນໂລຢີ ຍີ່ປຸ່ນ ພ້ອມແລ້ວທີ່ຈະເອົາວິສະວະກອນເຕັກໂນໂລຢີຂໍ້ມູນຂ່າວສານຫວຽດນາມເຂົ້າເຮັດວຽກ

(VOVWORLD) - ຕາມການສໍາຫຼວດຂອງ ສະຫະສະມາຄົມຊອັບແວ ແລະ ບໍລິການເຕັກໂນໂລຢີຂໍ້ມູນຂ່າວສານຫວຽດນາມ (VINASA) ແລ້ວ, ມີຫຼາຍກວ່າ 80% ວິສາຫະກິດຂອງ ຍີ່ປຸ່ນ ພ້ອມແລ້ວທີ່ຈະຮັບເອົາຊາວຕ່າງປະເທດເຂົ້າມາເຮັດວຽກ.
95% ວິສາຫະກິດເຕັກໂນໂລຢີ ຍີ່ປຸ່ນ ພ້ອມແລ້ວທີ່ຈະເອົາວິສະວະກອນເຕັກໂນໂລຢີຂໍ້ມູນຂ່າວສານຫວຽດນາມເຂົ້າເຮັດວຽກ	 - ảnh 1(ພາບປະກອບ: TTXVN)

ໃນຈໍານວນບັນດາວິສຫາະກິດນີ້, 95% ບັນດາວິສາຫະກິດໄດ້ສະແດງຄວາມລົ້ນໃຈ ແລະ ພ້ອມແລ້ວທີີ່ຈະຮັບເອົາບັນດາວິສະວະກອນເຕັກໂນໂລຢີຂໍ້ມູນຂ່າວສານ ທີ່ມີມາດຕະຖານຄົບຖ້ວນຂອງຫວຽດນາມ ມາເຮັດວຽກນໍາ. ຍີ່ປຸ່ນ ໄດ້ເອົາໃຈໃສ່ຂໍ້ເປັນພິເສດເຖິງແຫຼ່ງຊັບພະຍາກອນມະນຸດສະເພາະຂະແໜງວິທະຍາສາດຄອມພິວເຕີ ແລະ ຊອັບແວ.

        ຜູ້ຕາງໜ້າສະຫະສະມາຄົມບໍລິການເຕັກໂນໂລຢີ ຍີ່ປຸ່ນ (JISA) ໃຫ້ຮູ້ວ່າ: ຍີ່ປຸ່ນ ພວມຂາດຊັບພະຍາກອນມະນຸດກ່ຽວກັບຊອັບແວຄອມພິວເຕີເປັນຈໍານວນຫຼວງຫຼາຍ. ຕາມການສະຖິຕິຮອດເດືອນ ມິຖຸນາ 2019, ປັດຈຸບັນ, ບັນດາວິສາຫະກິດ ຍີ່ປຸ່ນ ພວມຕ້ອງການຮັບສະໝັກວິສະວະກອນເຕັກໂນໂລຢີຂໍ້ມູນຂ່າວສານ ປະມານ 781.000 ຄົນ. ເຖິງຢ່າງໃດກໍຕາມ, ເພື່ອສາມາດເຂົ້າມາເຮັດວຽກຢູ່ບັນດາບໍລິສັດຂອງ ຍີ່ປຸ່ນ ນັ້ນ, ບັນດານັກວິສະວະກອນເຕັກໂນໂລຢີຂໍ້ມູນຂ່າວສານຂອງຫວຽດນາມ ຕ້ອງມີຄວາມຮູ້ກ່ຽວກັບເຕັກໂນໂລຢີ AI, ອິນເຕີແນັດ IOT, ຂໍ້ມູນ Big Data, ພາສາຍີ່ປຸ່ນ ແລະ ວັດທະນະທໍາ ດໍາເນີນທຸລະກິດ ກໍຄືວິທີສໍາຜັດພັດຕະຫຼາດຍີ່ປຸ່ນ ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ