ມະຕິເລກທີ 43 ກ່ຽວກັບການຟື້ນຟູເສດຖະກິດ - ສັງຄົມໄດ້ນຳມາເຊິ່ງປະສິດທິຜົນ

(VOVWORLD) -    ຕອນເຊົ້າວັນທີ 25 ພຶດສະພາ, ສືບຕໍ່ ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາ ແຫ່ງຊາດຊຸດທີ 15, ບັນດາ ສ.ສ.ຊ ໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບບົດລາຍງານຂອງຄະນະຕິດຕາມກວດກາ ແລະ ຮ່າງມະຕິຂອງ ສະພາແຫ່ງຊາດກ່ຽວກັບໝາກຜົນການຕິດຕາມກວດກາຫົວເລື່ອງ “ການປະຕິບັດມະຕິເລກທີ 43 ກ່ຽວກັບນະໂຍບາຍປີການເງິນ, ເງິນຕາເພື່ອໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ແລະ ມະຕິຂອງສະພາແຫ່ງຊາດກ່ຽວກັບບາງໂຄງການສຳຄັນຂອງຊາດຮອດທ້າຍປີ 2023”.
ມະຕິເລກທີ 43 ກ່ຽວກັບການຟື້ນຟູເສດຖະກິດ - ສັງຄົມໄດ້ນຳມາເຊິ່ງປະສິດທິຜົນ - ảnh 1ບັນດາ ສ.ສ.ຊ ໄດ້ປຶກສາຫາລືຢູ່ຫໍປະຊຸມ

    ຕາມທ່ານ ຮ່າຊີ້ດົງ ສະມາຊິກສະພາແຫ່ງຊາດແຂວງກວາງຈີ້ແລ້ວ, ມະຕິເລກທີ 43 ໄດ້ຍົກອອກບັນດາມາດຕະການແກ້ໄຂຢ່າງສົມເຫດສົມຜົນ ແລະ ລັດຖະບານກໍ່ມີຫຼາຍວິທີແກ້ໄຂຢ່າງມີປະສິດທິຜົນ. ທ່ານ ເຈີນຮ່ວາງເງິນ, ຄະນະສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ ໃຫ້ຂໍ້ສັງເກດວ່າ: “ເສດຖະກິດຫວຽດນາມໄດ້ຟື້ນຟູ ແລະ ພັດທະນາ. ໃນປີ 2021, ເນື່ອງຈາກຜົນກະທົບຂອງ ພະຍາດໂຄວິດ-19, ຫວຽດນາມບັນລຸລະດັບ ເຕີບໂຕພຽງແຕ່ 2,6%, ແຕ່ປີທີ່ຜ່ານມາໄດ້ບັນລຸ 5,05%, ແລະໃນໄຕມາດທີ 1 ຂອງປີນີ້ແມ່ນ 5,64%. ພິເສດແມ່ນເສດຖະກິດມະຫາພາກຂອງຫວຽດນາມ ເປັນປົກກະຕິ ໃນສະພາບການຜັນແປຫຼາຍຢ່າງໃນໂລກ ແລະ ພິເສດແມ່ນຫຼຸດໜີ້ສາທາລະນະຈາກ 43% GDP ໃນປີ 2022 ລົງເປັນ 37% ໃນປີກາຍ.

         ຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດມະຕິເລກທີ 43

ຕອບກັບ

ຂ່າວ/ບົດ​ອື່ນ