AFF Cup 2020: ສິງ​ກະ​ໂປ, ໄທ ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ມື້​ໄຂ​ງານ​ແຂ່ງ​ຂັນ

(VOVWORLD) -ວັນທີ 6 ທັນວາ ເລີ່ມດຳເນີນບັນດານັດແຂ່ງຂັນໃນສາຍ B. ໃນຕອນຄ່ຳຂອງວັນດຽວກັນ, ທິມຊາດ ຫວຽດນາມ ຈະແຂ່ງຂັນກັບ ທິມຊາດ ລາວ.
AFF Cup 2020: ສິງ​ກະ​ໂປ, ໄທ ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ມື້​ໄຂ​ງານ​ແຂ່ງ​ຂັນ - ảnh 1ທິມບານເຕະ ສິງກະໂປ ແລະ ມຽນມາ ໃນສາຍ A. ປະເທດເຈົ້າພາບສິງກະໂປ ໄດ້ເອົາຊະນະ ມຽນມາ 3 ປະຕູຕໍ່ 0 (ພາບ: goal.com) 

ຕອນຄ່ຳວັນທີ 5 ທັນວາ, AFF Cup 2020 ຖືກດຳເນີນຢ່າງເປັນທາງການຢູ່ ສິງກະໂປ ດ້ວຍພິທີໄຂທີ່ເປັນໜ້າປະທັບໃຈ. ພິທີໄຂປີນີ້ ມີການເຂົ້າຮ່ວມຂອງ ທ່ານປະທານສະຫະພັນ ບານເຕະໂລກ (FIFA) Gianni Infantino. ນີ້ແມ່ນສິ່ງທີ່ພິເສດທີ່ສຸດ,  ເພາະວ່າມີການເຂົ້າຮ່ວມຂອງທ່ານປະທານສະຫະພັນກິລາບານເຕະໂລກ ໄດ້ສະແດງໃຫ້ເຫັນວ່າ ລາງວັນແຂ່ງຂັນລະດັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບຄວາມສົນໃຈຈາກໂລກນັບມື້ນັບຫຼາຍກວ່າເກົ່າ.

ພາຍຫຼັງພິທີໄຂ ແມ່ນການແຂ່ງຂັນລະຫວ່າງ ທິມບານເຕະ ສິງກະໂປ ແລະ ມຽນມາ ໃນສາຍ A. ປະເທດເຈົ້າພາບສິງກະໂປ ໄດ້ເອົາຊະນະ ມຽນມາ 3 ປະຕູຕໍ່ 0. ກ່ອນໜ້ານັ້ນແມ່ນນັດແຂ່ງຂັນລະຫວ່າງ ໄທ ກັບ Timo Leste ໃນສາຍ A, ໃນນັ້ນ ທິມຊາດ ໄທ ເອົາຊະນະ Timo Leste  2 ປະຕູຕໍ່ 0.

ວັນທີ 6 ທັນວາ ເລີ່ມດຳເນີນບັນດານັດແຂ່ງຂັນໃນສາຍ B. ໃນຕອນຄ່ຳຂອງວັນດຽວກັນ, ທິມຊາດ ຫວຽດນາມ ຈະແຂ່ງຂັນກັບ ທິມຊາດ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ