Army Games 2021: ທິມ​ທະ​ຫານ​ຊ່າງ​ແສງ ຫວຽດ​ນາມ ລອ​ດ​ເຂົ້າ​ຮອບ​ຊີງ​ຊະ​ນະ​ເລີດ​ຂອງ​ການ​ເສັງ “ແຜນ​ການ​ປອດ​ໄພ”

(VOVWORLD) ວັນທີ 25 ສິງຫາ, ຢູ່ສະໜາມກິລາແຂວງ Tyumen, ລັດເຊຍ, ທິມທະຫານຊ່າງແສງກອງທັບປະຊາຊົນ ຫວຽດນາມ ໄດ້ແຂ່ງຂັນເປັນຢ່າງດີທີ່ສຸດໃນຮອບຄັດເລືອກ ການເສັງ “ແຜນການປອດໄພ”.

ໃນຂອບເຂດງານມະຫາກຳກິລາການທະຫານສາກົນ - Army Games 2021, ວັນທີ 25 ສິງຫາ, ຢູ່ສະໜາມກິລາແຂວງ Tyumen, ລັດເຊຍ, ທິມທະຫານຊ່າງແສງກອງທັບປະຊາຊົນ ຫວຽດນາມ ໄດ້ແຂ່ງຂັນເປັນຢ່າງດີທີ່ສຸດໃນຮອບຄັດເລືອກ ການເສັງ “ແຜນການປອດໄພ”.

Army Games 2021: ທິມ​ທະ​ຫານ​ຊ່າງ​ແສງ ຫວຽດ​ນາມ ລອ​ດ​ເຂົ້າ​ຮອບ​ຊີງ​ຊະ​ນະ​ເລີດ​ຂອງ​ການ​ເສັງ “ແຜນ​ການ​ປອດ​ໄພ” - ảnh 1ທິມທະຫານຊ່າງແສງກອງທັບປະຊາຊົນ ຫວຽດນາມ ໄດ້ລອດເຂົ້າຮອບຊີງຊະນະເລີດ (ພາບ: qdnd.vn)
ທິມທະຫານຊ່າງແສງ ກອງທັບປະຊາຊົນ ຫວຽດນາມ ໄດ້ແຂ່ງຂັນກັບທິມ ອີຢິບ, ອິນເດຍ ແລະ ເວເນຊູເອລາ ໃນນັດທີ 2. ດ້ວຍການບັນລຸໄດ້ຈຸດໝາຍທຳອິດໃນນັດທີ 2 ນີ້, ແນ່ນອນວ່າ ທິມທະຫານຊ່າງແສງກອງທັບປະຊາຊົນ ຫວຽດນາມ ຈະໄດ້ລອດເຂົ້າຮອບຊີງຊະນະເລີດ ເຊິ່ງຄາດວ່າຈະດຳເນີນໃນຕອນເຊົ້າວັນທີ 29 ສິງຫາ ຈະມາເຖິງ.

ຕາມໝາກຜົນທີ່ໄດ້ປະກາດຢ່າງເປັນທາງການຂອງຄະນະກຳມະການໃນວັນທີ 25 ສິງຫາ, ໃນຂອບເຂດ Army Games 2021, ທິມທະຫານເຮືອກອງທັບປະຊາຊົນ ຫວຽດນາມ ຍາດໄດ້ອັນດັບໜຶ່ງໃນການເສັງຍິງປືນໃຫຍ່ AK 176.

ຕອບກັບ

ຂ່າວ/ບົດ​ອື່ນ