ຫວຽດນາມ ສົ່ງສານຢ່າງແຮງ, ຕັ້ງໜ້າທີ່ກອງປະຊຸມອະນາຄົດ ອາຊີ

(VOVWORLD) - ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸຸ່ນ ຟ້າມກວາງຮ້ຽວ ແລ້ວ, ຜ່ານການຈັດຕັ້ງ 28 ຄັ້ງ, ກອງປະຊຸມອະນາຄົດ ອາຊີ, ໂດຍກຸ່ມບໍລິສັດ Nikkei (ຍີ່ປຸ່ນ) ເປັນເຈົ້າພາບຈັດຕັ້ງ ໄດ້ຢັ້ງຢືນບົດບາດແມ່ນຊ່ອງສົນທະນາປະຈຳປີທີ່ສຳຄັນ...
ຫວຽດນາມ ສົ່ງສານຢ່າງແຮງ, ຕັ້ງໜ້າທີ່ກອງປະຊຸມອະນາຄົດ ອາຊີ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸຸ່ນ ຟ້າມກວາງຮ້ຽວ
(ພາບ: TTXVN)

ແຕ່ວັນທີ 22 25 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໋າຍ ໄດ້ເຂົ້າຮ່ວມກອງປະຊຸມອະນາຄົດ ອາຊີ ຄັ້ງທີ 29, ຈັດຂຶ້ນຢູ່ນະຄອນຫຼວງ ໂຕກຽວ (ປະເທດ ຍີ່ປຸ່ນ) ແລະ ຢ້ຽມຢາມ, ເຮັດວຽກຢູ່ ຍີ່ປຸ່ນ.

        ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸຸ່ນ ຟ້າມກວາງຮ້ຽວ ແລ້ວ, ຜ່ານການຈັດຕັ້ງ 28 ຄັ້ງ, ກອງປະຊຸມອະນາຄົດ ອາຊີ, ໂດຍກຸ່ມບໍລິສັດ Nikkei (ຍີ່ປຸ່ນ) ເປັນເຈົ້າພາບຈັດຕັ້ງ ໄດ້ຢັ້ງຢືນບົດບາດແມ່ນຊ່ອງສົນທະນາປະຈຳປີທີ່ສຳຄັນ, ມີອິດທິພົນຊື່ສຽງ ເພື່ອແບ່ງປັນ ແລະ ແກ້ໄຂບັນດາບັນຫາລວມຂອງພາກພື້ນ ແລະ ສາກົນ, ດຶງດູດການເຂົ້າຮ່ວມຂອງການນຳຂັ້ນສູງ, ນັກຮຽນຮູ້, ອົງການສື່ສານ ແລະ ບັນດາກຸ່ມບໍລິສັດໃຫຍ່ຢູ່ ອາຊີ.

        ຫວຽດນາມ ເລີ່ມເຂົ້າຮ່ວມກອງປະຊຸມອະນາຄົດ ອາຊີ ໃນຄັ້ງທີ 15 ແຕ່ປີ 2009 ແລະ ໄດ້ສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມເຫດການນີ້ນັບແຕ່ນັ້ນມາຮອດປະຈຸບັນ. ການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ປະກອບສ່ວນຕໍ່ເນື່ອງຂອງການນຳຂັ້ນສູງ ຫວຽດນາມ ເຂົ້າໃນຜົນສຳເລັດຂອງກອງປະຊຸມໃນ 15 ປີຜ່ານມາ, ຄະນະຈັດຕັ້ງ, ບັນດາຜູ້ແທນ ແລະ ຝ່າຍ ຍີ່ປຸ່ນ ກໍ່ໄດ້ຕີລາຄາສູງ. ການເຂົ້າຮ່ວມເວທີປາໄສສຳຄັນຄື ກອງປະຊຸມອະນາຄົດ ອາຊີ ບໍ່ພຽງແຕ່ເພື່ອໃຫ້ ຫວຽດນາມ ກຳໄດ້ທ່າອ່ຽງ, ການຫັນປ່ຽນ ແລະ ກຳນົດທິດພັດທະນາໃໝ່ເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອແບ່ງປັນກ່ຽວກັບຈິນຕະນາການແຫ່ງການພັດທະນາ, ການບໍລິຫານ ແລະ ການປະກອບສ່ວນຂອງ ຫວຽດນາມ ໃນການແກ້ໄຂບັນດາບັນຫາລວມຂອງພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ