ASEM10ປະກອບ ສ່ວນຊຸກຍູ້ການລົງທຶນເອີລົບ-ອາຊີ

ASEM10ປະກອບ ສ່ວນຊຸກຍູ້ການລົງທຶນເອີລົບ-ອາຊີ - ảnh 1
ທ່ານ Franz Jesse, ເອກ​ອັກ​ຄະ​ລັດ​ຖະ​ທູດ - ຫົວ​ໜ້າ​ຄະ​ນະ​​ຜູ້​ແທນສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ປະ​ຈຳ ຫວຽດ​ນາມ
(ພາບ: An Đăng/TTXVN)


(vovworld) – ທີ່​ການ​ພົບ​ປະ​ກັບ​ສື່ມວນ​ຊົນ​ໃນ​ວັນ​ທີ 7/10, ຢູ່​ຮ່າ​ໂນ້ຍ, ເພື​່ອ​ແນ​ໃສ່​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊີ - ເອີ​ລົບ (ASEM 10) ຈະ​ດຳ​ເນີນ​ໄປ​ຢູ່ Milan (ປະ​ເທດ ອີ​ຕາ​ລີ) ແຕ່​ວັນ​ທີ 15 – 17/10/2014, ​ເອກ​ອັກ​ຄະ​ລັດ​ຖະ​ທູດ - ຫົວ​ໜ້າ​ຄະ​ນະ​​ຜູ້​ແທນສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ປະ​ຈຳ ຫວຽດ​ນາມ ທ່ານ Franz Jesse, ໃຫ້​ຮູ້​ວ່າ: ຕາມ​ແຜນ​ການ​ແລ້ວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ ຈະ​​ໄປ​ຮອດ ບ​ຣຸກ​ແຊນ (ປະ​ເທດ ແບ​ນ​ຊິກ) ໃນ​ລະ​ຫວ່າງວັນ​ທີ 13 – 14/10, ກ່ອນ​ທີ່​ໄປ​ຍັງ Milan ເຂົ້າ​ຮ່ວມກອ​ງ​ປະ​ຊຸມ ASEM 10. ທີ່ ບ​ຣຸກ​ແຊນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ພົບ​ປະ​ກັບ​ປະ​ທານ​ສະ​ພາ ເອ​ີ​ລົບ, ປະ​ທານ​ຄະ​ນະ​ກຳ​ມະ​ການ ເອີ​ລົບ ແລະ ປະ​ທານ​ລັດ​ຖະ​ສະ​ພາ ເອີ​ລົບ. ບັນ​ດາ​ການ​ນຳ​ພົບ​ປະ​ຈະ​ສຸມ​ໃສ່​ເຂົ້າ​ໃນ​ການ​ຮ່ວມ​ມື​ເສດ​ຖະ​ກິດ ແລະ ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ຫວຽດ​ນາມ - ອີ​ຢູ.

        ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ບົດ​ບາດ​ຂອງ ຫວຽດ​ນາມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Franz Jesse, ຖື​ວ່າ​: “ASEM ລວມ​ມີຫຼາຍ​ປະ​ເທດ, ໃນ​ນັ້ນ ມີ​ບັນ​ດາ​ປະ​ເທດ ອາ​ຊຽນ ເຊິ່ງ ຫວຽດ​ນາມ ແມ່ນ​ປະ​ເທດ​ປະ​ສານ​ງານ​ໃນ ອາ​ຊຽນ. ຫວຽດ​ນາມ ໄດ້​ສວມ​ບົດ​ບາດ​ຕັ້ງ​ໜ້າ​ໃນ 2 ປີ​ຜ່ານ​ມາ. ໄລ​ຍະ​ເວ​ລາ​ເປັນ​ປະ​ເທດ​ປະ​ສານ​ງານ​ໃນ ອາ​ຊຽນ, ຫວຽດ​ນາມ ຍາມ​ໃດ​ກໍ່​​ຫວັງຢາກ​ນຳ​ເອົາ​ປັດ​ໄຈ​ຜົນ​ປະ​ໂຫຍດ​ຂອງ ອາ​ຊຽນ ​ເຂົ້າໃນ​ເວ​ທີ​ປາ​ໄສ​ຕ່າງໆ​ຂອງ ASEM. ບົດ​ບາດ​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ຂອງ ຫວຽດ​ນາມ ລະ​ຫວ່າງ ອ​າ​ຊຽນ ແລະ ອີ​ຢູ ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ຂ້າ​ພະ​ເຈົ້າ​ພວມ​ມີ​ຄູ່​ຮ່ວມ​ມື​ທີ່​ດີ​ໃນ​ພາກ​ພື້ນ”.


ຂ່າວ/ບົດ​ອື່ນ