(ພາບປະກອບ)
(vovworld) - ດ້ວຍຫົວຂໍ້ວ່າ “ສີສັນກວາງນິງ - ແຫ່ງເຕົ້າໂຮມ ແລະ ແຜ່ຂະຫຍາຍ”, Carnaval ຮ້າລອງປີ 2013 ໄດ້ໄຂຂຶ້ນໃນຕອນຄໍ່າວັນທີ 27/04. ທີ່ການປະຊຸມຂ່າວເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 27/04, ຄະນະຈັດຕັ້ງໃຫ້ຮູ້ວ່າ ປະຈຸບັນຈຳນວນນັກທ່ອງທ່ຽວມາແຂວງກວາງນິງ ໃນໂອກາດນີ້ໄດ້ເພີ່ມຂຶ້ນຫຼາຍ, ແຕ່ລະມື້ມີນັກທ່ອງທ່ຽວມາຢ້ຽມຢາມອ່າວຮ້າລອງເກືອບ 2 ໝື່ນເທື່ອຄົນ. ທ່ານນາງ ຫງວຽນທິທູຖຸຍ, ຮອງປະທານຄະນະກຳມະການປະຊາຊົນແຂວງກວາງນິງ, ຫົວໜ້າຄະນະຈັດຕັ້ງ Carnaval ຮ້າລອງປີ 2013 ໃຫ້ຮູ້ວ່າ.
“ຕ້ອງຢືນຢັນວ່າ ມາຮອດຈຸດເວລານີ້, ວຽກງານກະກຽມໃຫ້ແກ່ Carnaval ປີ 2013 ໄດ້ສຳເລັດແລ້ວ. ນັບແຕ່ຕອນຮູບແບບ, ເນື້ອໃນ, ຮັບແຂກ, ພິທີການ, ພະລາທິການ, ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ນັກທ່ອງທ່ຽວ ແລະ ຜູ້ແທນ, ປະຊາຊົນ. ວັນທີ 26/04, ການຝຶກຊ້ອມຄັ້ງໃຫຍ່ໄດ້ດຳເນີນໄປຢ່າງລອບຄອບທີ່ຖ້ວນ. ພວກເຮົາສາມາດອຸ່ນອ່ຽນໃຈວ່າ ງານບຸນໃຫຍ່ Carnaval ຈະຮັບປະກັນຄວາມປອດໄພ, ສ້າງຄວາມປະທັບໃຈ ແລະ ດຶງດູດ.”