CETA - ຫົວຂໍ້ “ຮ້ອນເຮັ່ງ” ຢູ່ກອງປະຊຸມສຸດຍອດອີຢູ - ການາດາ

(VOVWORLD) -ບັນດາການນຳໄດ້ສຸມໃສ່ປຶກສາຫາລືວິທີການຮ່ວມມື 2 ຝ່າຍເພື່ອສ້າງບັນດາພື້ນຖານເສດຖະກິດ ເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນທຸກໆຄົນ ແລະ ປັບປຸງຄົນຊົນຊັ້ນກາງ ຢູ່ການາດາ ແລະ ກຸ່ມ 28 ປະເທດນີ້.
CETA - ຫົວຂໍ້ “ຮ້ອນເຮັ່ງ” ຢູ່ກອງປະຊຸມສຸດຍອດອີຢູ - ການາດາ - ảnh 1(ພາບປະກອບ: The Canadian Press)

ທີ່ກອງປະຊຸມສຸດຍອດສະຫະພາບເອີລົບ (ອີຢູ) - ການາດາ ຫາກໍ່ສິ້ນສຸດລົງຢູ່ນະຄອນ Montreal, ປະເທດການາດາ, ບັນດາການນຳໄດ້ສຸມໃສ່ປຶກສາຫາລືວິທີການຮ່ວມມື 2 ຝ່າຍເພື່ອສ້າງບັນດາພື້ນຖານເສດຖະກິດ ເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນທຸກໆຄົນ ແລະ ປັບປຸງຄົນຊົນຊັ້ນກາງ ຢູ່ການາດາ ແລະ ກຸ່ມ 28 ປະເທດນີ້.

        ທີ່ກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີການາດາ Justin Trudeau ແລະ ທ່ານປະທານສະພາເອີລົບ Donald Tusk ລ້ວນແຕ່ເນັ້ນໜັກເຖິງຄວາມສຳຄັນຂອງສັນຍາການຄ້າ ແລະ ເສດຖະກິດຮອບດ້ານ ອີຢູ - ການາດາ (CETA), ເມື່ອພຽງໃນປີທຳອິດ CETA ພຽງແຕ່ມີຜົນສັກສິດຊົ່ວຄາວໃນປີທຳອິດເທົ່ານັ້ນ, ມູນຄ່າການແລກປ່ຽນການຄ້າ 2 ສົ້ນລະຫວ່າງ ການາດາ ແລະ ອີຢູ ໄດ້ເພີ່ມຂຶ້ນເກືອບ 8% ເມື່ອທຽບໃສ່ປີ 2018.

        ແລະສິ່ງທີ່ໜ້າສົນໃຈນັ້ນແມ່ນ, ທ່ານນາຍົກລັດຖະມົນຕີ Justin Trudeau ໃຫ້ຮູ້ວ່າ, ການາດາ ແລະ ອີຢູ ພວມກ້າວເຂົ້າໃກ້ມາດຕະການຊົ່ວຄາວ ເພື່ອຮັບມືກັບເລື່ອງ ອາເມລິກາ ກີດຂວາງການແຕ່ງຕັ້ງຜູ້ພິພາກສາຄົນໃໝ່ໃຫ້ແກ່ອົງການອຸທອນຂອງອົງການການຄ້າໂລກ (WTO).

ຕອບກັບ

ຂ່າວ/ບົດ​ອື່ນ