Croatiaປິດ7/8ດ່ານຊາຍແດນຕິດກັບເຊັກເບຍ
Croatia ປິດ 7/8 ດ່ານຊາຍແດນຕິດກັບເຊັກເບຍ
(ພາບປະກອບ: TTXVN)
(vovworld) – ຄໍ່າຄືນວັນທີ 17/09, Croatia ໄດ້ປິດ 7/8 ດ່ານຊາຍແດນຕິດກັບເຊັກເບຍ ເພື່ອສະກັດກັ້ນຊາວອົບພະຍົບພວມກັບມາ ພາຍຫຼັງ ຮຸງກາຣີ ປິດດ່ານຊາຍແດນ. ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາ ພາຍຫຼັງທີມີຊາວອົບພະຍົບ 11.000 ຄົນ ພວມເດີນທາງຈາກເຊັກເບຍ ເຂົ້າ Croatia ໃນວັນທີ 16/09, ຈຳນວນຊາວອົບພະຍົບຫຼາຍເກີນໄປ ລື່ນກາຍຄວາມສາມາດຄວບຄຸມຂອງບັນດາກຳລັງກ່ຽວຂ້ອງ, ດັ່ງນັ້ນ, ລັດຖະບານ Croatia ຕ້ອງປິດດ່ານຊາຍແດນ. ປະຈຸບັນມີພຽງດ່ານຊາຍແດນ Belgrad – Zagerd ຍັງບໍ່ທັນປິດເທົ່ານັ້ນ.
ໃນເຫດການທີ່ກ່ຽວຂ້ອງ, ວັນທີ 17/09, ທ່ານປະທານສະພາເອີລົບ Donald Tusk ໃຫ້ຮູ້ວ່າ, ທ່ານໄດ້ຮຽກໂຮມການປະຊຸມສຸດຍອດຂອງການນຳ 28 ປະເທດສະມາຊິກສະຫະພາບເອີລົບ (EU) ໃນວັນທີ 23/09 ຈະມາເຖິງ ເພື່ອປຶກສາຫາລືກ່ຽວກັບວິກິດການຊາວອົບພະຍົບ. ນີ້ຈະແມ່ນກອງປະຊຸມສຸດຍອດຮີບດ່ວນຂອງ EU ຄັ້ງທີ 2 ເພື່ອປຶກສາຫາລືກ່ຽວກັບບັນຫາຊາວອົບພະຍົບໃນ 2 – 3 ເດືອນຜ່ານມາ. ການພົບປະຄັ້ງນີ້ ຈະແກ້ໄຂສະພາບການບໍ່ມີທາງອອກໃນປະຈຸບັນ ທີ່ກ່ຽວຂ້ອງເຖິງການຈັດແບ່ງຊາວອົບພະຍົບໃໝ່ 120.000 ຄົນ, ແນໃສ່ແບ່ງປັນຄວາມຫຍຸ້ງຍາກ ພ້ອມກັບໃຫ້ເກຼັກ, ຮຸງກາຣີ ແລະ ອີຕາລີ.