ECB ຄາດ​ຄະ​ເນ​​ໄພ​ຊຸດ​ໂຊມ​ເສດ​ຖະ​ກິດ​ຂອງ Eurozone

(VOVWORLD) -ນັບແຕ່ທ້າຍເດືອນສິງຫາຜ່ານມາ, ເອີຣົບ ບໍ່ໄດ້ຮັບອາຍແກັດຈາກ ລັດເຊຍ ຜ່ານລະບົບທໍ່ສົ່ງນ້ຳມັນທາງທິດເໜືອເລກ 1, ເຮັດໃຫ້ລາຄາພະລັງງານຢູ່ທະວີບນີ້ເພີ່ມຂຶ້ນສູງ, ຍູ້ໄພເງິນເຟີ້ທີ່ພວມສູງແລ້ວໃຫ້ຂຶ້ນສູງລະດັບສະຖິຕິ ຈົນຮອດ 10% ໃນເດືອນກັນຍາ ຜ່ານມາ. 
ECB ຄາດ​ຄະ​ເນ​​ໄພ​ຊຸດ​ໂຊມ​ເສດ​ຖະ​ກິດ​ຂອງ Eurozone - ảnh 1ສຳນັກງານທະນາຄານສູນກາງ ເອີຣົບ (ECB) (ພາບ: AFP/TTXVN)

ເປັນສິ່ງທີ່ບໍ່ແນ່ນອນກ່ຽວກັບການນຳເຂົ້າພະລັງງານຈາກ ລັດເຊຍ  ພວມຍູ້ພາກພື້ນນໍາໃຊ້ສະກຸນເງິນລວມ ເອີຣົບ (Eurozone) ໃກ້ຈະຕົກເຂົ້າສູ່ສະພາບເສດຖະກິດຊຸດໂຊມໃນປີ 2023. ຂໍ້ສັງເກດນີ້ ໂດຍທ່ານ Luis de Guindos ຮອງປະທານທະນາຄານສູນກາງ ເອີຣົບ (ECB) ຍົກອອກມາໃນວັນທີ 14 ຕຸລາ ໃນຂະນະທີ່ຕອບສຳພາດຕໍ່ນັກຂ່າວໜັງສືພິມເສດຖະກິດປະຈຳອາທິດ Verslo Zinios ຂອງ Litva.

          ນັບແຕ່ທ້າຍເດືອນສິງຫາຜ່ານມາ, ເອີຣົບ ບໍ່ໄດ້ຮັບອາຍແກັດຈາກ ລັດເຊຍ ຜ່ານລະບົບທໍ່ສົ່ງນ້ຳມັນທາງທິດເໜືອເລກ 1, ເຮັດໃຫ້ລາຄາພະລັງງານຢູ່ທະວີບນີ້ເພີ່ມຂຶ້ນສູງ, ຍູ້ໄພເງິນເຟີ້ທີ່ພວມສູງແລ້ວໃຫ້ຂຶ້ນສູງລະດັບສະຖິຕິ ຈົນຮອດ 10% ໃນເດືອນກັນຍາ ຜ່ານມາ. ECB ກໍຄືທະນາຄານສູນກາງຫຼາຍແຫ່ງໃນໂລກ ໄດ້ເພີ່ມອັດຕາດອກເບ້ຍຂຶ້ນ ເພື່ອແນໃສ່ “ຄວບຄຸມ” ໄພເງິນເຟີ້, ແຕ່ພັດເຮັດໃຫ້ຄວາມຕ້ອງການບໍລິໂພກຫຼຸດລົງ, ອັນໄດ້ຍູ້ພື້ນຖານເສດຖະກິດຕົກເຂົ້າສູ່ໄຟຖືກຊຸດໂຊມ.

        ECB ຄາດວ່າ ໃນກໍລະນີ ແງ່ຫວັງເສດຖະກິດມືດມົນ, ໄພເງິນເຟີ້ໃນແຕ່ລະປີຂອງ Eurozone  ອາດຈະຂຶ້ນເຖິງ 8,4% ໃນປີນີ້ ແລະ 6,9% ໃນປີ 2023.

        ຕາມແຜນການແລ້ວ, ສະພາບໍລິຫານ ECB ຈະຈັດກອງປະຊຸມກ່ຽວກັບນະໂຍບາຍເງິນຕາ ຄັ້ງຕໍ່ໄປໃນວັນທີ 27 ຕຸລາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ