ຂະ​ແໜງທະ​ນາ​ຄານ​ນຳ​ໜ້າ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

(VOVWORLD) - ຕອນເຊົ້າວັນທີ 8 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ, ເຂົ້າຮ່ວມເຫດການຫັນເປັນດີຈີຕອນຂົງເຂດທະນາຄານປີ 2024 ດ້ວຍຫົວຂໍ້ “ເປີດກວ້າງການເຊື່ອມຕໍ່ ແລະ ພັດທະນາລະບົບຊີວະພາບ ດີຈີຕອນ”.

ຂະ​ແໜງທະ​ນາ​ຄານ​ນຳ​ໜ້າ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເຫດການ (ພາບ:  VOV)

ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ລັດຖະບານ ເລືອກເອົາຫົວຂໍ້ ໃນການຫັນເປັນດີຈີຕອນແຫ່ງຊາດ ປີ 2024 ແມ່ນ “ພັດທະນາເສດຖະກິດດີຈີຕອນ ດ້ວຍ 4 ເສົາຄ້ຳອຸດສາຫະກຳເຕັກໂນໂລຢີຂໍ້ມູນຂ່າວສານ, ຫັນເປັນດີຈີຕອນບັນດາຂົງເຂດເສດຖະກິດ, ການຄຸ້ມຄອງດີຈີຕອນ, ຂໍ້ມູນດີຈີຕອນ - ກຳລັງໜູນສຳຄັນທີ່ສຸດໃຫ້ແກ່ການພັດທະນາ ເສດຖະກິດ - ສັງຄົມໂດຍໄວ ແລະ ຍືນຍົງ”. ຈຸດສຸມແມ່ນຍູ້ແຮງການພັດທະນາເສດຖະກິດດີຈີຕອນ, ໃນນັ້ນຂົງເຂດທະນາຄານດ້ວຍບົດບາດສຳຄັນ ຂອງພື້ນຖານເສດຖະກິດ.

ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງ 3 ເປົ້າໝາຍໃນໄລຍະຈະມາເຖິງຂອງການຫັນເປັນດີຈີຕອນຂົງເຂດທະນາຄານນັ້ນແມ່ນ: ສ້າງເງື່ອນໄຂຢ່າງສະດວກທີ່ສຸດໃຫ້ແກ່ປະຊາຊົນ, ວິສາຫະກິດ, ຫົວໜ່ວຍປະຕິບັດລະບຽບການບໍລິຫານ - ພາລະກິດໄດ້ມີການສຳຜັດຢ່າງສະດວກທີ່ສຸດ, ດີທີ່ສຸດກັບບັນດາການບໍລິການທະນາຄານ; ປະກອບສວ່ນຫຼຸດຜ່ອນຄ່າໃຊ້ຈາຍ, ເວລາ, ວັດຖຸ ໃຫ້ແກ່ປະຊາຊົນ, ວິສາຫະກິດ ແລະ ລະບົບຂອງທະນາຄານເອງ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການຄວບຄຸມຄວາມສ່ຽງ, ສະກັດກັ້ນ ແລະ ຍູ້ໃຫ້ໄພຍໍ້ທໍ້, ການສໍ້ລາດບັງຫຼວງ ໃຫ້ຖອຍຫຼັງ.

ຕອບກັບ

ຂ່າວ/ບົດ​ອື່ນ