Enerexpo Vietnam 2012 ຈະດຳເນີນຢູ່ ຮ່າໂນ້ຍ

Enerexpo Vietnam 2012 ຈະດຳເນີນຢູ່ ຮ່າໂນ້ຍ - ảnh 1
ພາບປະກອບ

( vovworld ) ​​​ງານ​ວາງສະ​ແດງ​ສາກົນ​ຄັ້ງທີ 2 ກ່ຽວ​ກັບ​ບັນດາ​ມາດ​ຕະການ​ນຳ​ໃຊ້ພະລັງງານຄືນ​ໃໝ່ ​ແລະ ​ແຈກ​ຢາຍ (Enerexpo Vietnam 2012) ​ໂດຍ​ກົມ​ຂໍ້​ມູນ​ຂ່າວສານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ ສົມທົບ​ກັບ​ອົງການ IMAG  ຂຶ້ນ​ກັບ​ກຸ່ມ​ບໍລິສັດ Messe Munchen ປະ​ເທດ​ເຢຍລະ​ມັນ​ ຈັດຕັ້ງຂຶ້ນ ຈະ​ດຳ​ເນີນ​ແຕ່​ວັນ​ທີ 21-23/3/2012 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ຕອນ​ເຊົ້າວັນ​ທີ 19/3  ຢູ່​ຮ່າ​ໂນ້ຍ, ທ່ານ Nikolaus Wollmann ຮອງ​ຜູ້ອຳນວຍການ​ຄຸ້ມ​ຄອງ IMAG ​ໃຫ້​ຮູ້​ວ່າ: “ປະຈຸ​ບັນ, ມີ​ປະມານ 30 ບໍລິສັດ​ທີ່ມາ​ຈາກ 11 ປະ​ເທດ​ຈະ​ເຂົ້າຮ່ວມ​ການວາງສະ​ແດງ​ບັນດາ​ເຕັກ​ໂນ​ໂລ​ຊີ ຜະລິດ​ຕະພັນ​ຂອງ​ປະ​ເທດ​ຕົນ​ ທີ່​ງານ​ວາງສະ​ແດງ​ຄັ້ງນີ້ ​ໃນ​ເນື້ອ​ທີ່​ວາງສະ​ແດງ 1500 ມ2. ທີ່​ງານ​ວາງສະ​ແດງ, ພວກ​ເຮົາ​ຈະ​ເຫັນ​ບັນດາ​ບໍລິສັດ​ທີ່​ມີຊື່​ສຽງ​ອັນ​ດັບ​ຕົ້ນ​ໃນ​ຂົງ​ເຂດ​ນຳ​ໃຊ້ພະລັງງານ​ຄືນ​ໃໝ່​ຄື​: ບໍລິສັດ Anvantis, ບໍລິສັດ Centrothern, ບໍລິສັດ Schott solar ​ແລະ ບໍລິສັດ​ຈຳນວນ​ໜື່ງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ລັດຖະບານ ​ເຢຍລະ​ມັນ ​ເພື່​ອມາ​ຫວຽດນາມ ​ແນະນຳ ​ແລະ ວາງສະ​ແດງ​ບັນດາ​ເຕັກ​ໂນ​ໂລ​ຊີ​ຫລ້າ​ສຸດ​ຂອງ​ເຂົາ​ເຈົ້າ“.

 

 

ຂ່າວ/ບົດ​ອື່ນ