EP ຍັງບໍ່ຮັບຮອງເອົາບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 18 ຕື້ ເອີໂລໃຫ້ແກ່ ຢູແກຼນ

(VOVWORLD) -Budapest ມີແຜນການໜູນຊ່ວຍ 2 ຝ່າຍໃຫ້ແກ່ປະເທດນີ້.
EP ຍັງບໍ່ຮັບຮອງເອົາບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 18 ຕື້ ເອີໂລໃຫ້ແກ່ ຢູແກຼນ - ảnh 1ປະຊາຊົນ ຢູແກຼນ
(ພາບ: THX/TTXVN)

        ວັນທີ 24 ພະຈິກ, ລັດຖະສະພາເອີລົບ (EP) ໄດ້ເຫັນດີຕໍ່ບ້ວງເງິນໜູນຊ່ວຍດ້ານການເງິນຂອງສະຫະພາບເອີລົບ (ອີຢູ) ສະຫງວນໃຫ້ ຢູແກຼນ ໃນປີ 2023 ດ້ວຍມູນຄ່າ 18 ຕື້ ເອີໂລ. ເຖິງຢ່າງໃດກໍ່ຕາມ, ແຜນການດັ່ງກ່າວຍັງບໍ່ທັນໄດ້ຮັບຮອງເອົາ ຍ້ອນການຄັດຄ້ານຂອງ ຮຸງກາຣີ. ຮຸງກາຣີ ຢືນຢັນວ່າ, ປະເທດນີ້ບໍ່ເຫັນດີເລື່ອງ ອີຢູ ໄປຢືມເງິນເພື່ອປະກອບໃຫ້ບ້ວງເງິນໜູນຊ່ວຍໃຫ້ແກ່ ຢູແກຼນ. ແທນທີ່ນັ້ນ, Budapest ມີແຜນການໜູນຊ່ວຍ 2 ຝ່າຍໃຫ້ແກ່ປະເທດນີ້. ກ່ອນໜ້ານັ້ນ, ວັນທີ 23 ພະຈິກ, ຮຸງກາຣີ ກໍ່ແຈ້ງໃຫ້ຊາບວ່າ ຈະອຸປະຖຳເງິນຈຳນວນ 187 ລ້ານ ເອີໂລ ໃຫ້ແກ່ ຢູແກຼນ, ເທົ່າກັບ 1% ຈຳນວນເງິນເຊິ່ງ ອີຢູ ຢາກລະດົມ, ແລກປ່ຽນເອົາເລື່ອງ ອີຢູ ຕ້ອງປ່ອຍເງິນນັບຫຼາຍຕື້ເອີໂລໃຫ້ Budapest, ໃນນັ້ນມີເງິນຈຳນວນ 5,8 ຕື້ ເອີໂລ ຈາກກອງທຶນຟື້ນຟູພາຍຫຼັງໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ