EU ຍາມ​ໃດ​ກໍ່​ຖື​ບົດ​ບາດ, ທີ່​ຕັ້ງ​ຂອງ ຫວຽດ​ນາມ ເປັນ​ສຳ​ຄັນ

(VOVWORLD) -ວັນທີ 14 ກໍລະກົດ, ຢູ່ສຳນັກງານຄະນະກຳມະການເອີລົບ (EC), ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສະຫະພາບ ເອີລົບ (EU) ໄດ້ປະຕິບັດພິທີກຳຢື່ນສານຕາຕັ້ງຕໍ່ທ່ານນາງປະທານ EC Ursula Von der Leyen.

EU ຍາມ​ໃດ​ກໍ່​ຖື​ບົດ​ບາດ, ທີ່​ຕັ້ງ​ຂອງ ຫວຽດ​ນາມ ເປັນ​ສຳ​ຄັນ - ảnh 1ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສະຫະພາບ ເອີລົບ (EU) ຢື່ນສານຕາຕັ້ງຕໍ່ທ່ານນາງປະທານ EC Ursula Von der Leyen (ພາບ: TTXVN)

ທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານກັບ EU. ໃນຖານະຕຳແໜ່ງຂອງຕົນ, ທ່ານເອກອັກຄະລັດຖະທູດ ໄດ້, ພວມ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອນຳການພົວພັນ ຫວຽດນາມ  - EU ພັດທະນາຢ່າງແຮງ, ແທດຈິງ ແລະ ມີປະສິດທິຜົນ.

ສ່ວນທ່ານນາງ Ursula Von der Leyen ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ສະເໜີໃຫ້ທ່ານ ເອກອັກຄະລັດຖະທູດ ຫງວຽນວັນຖາວສົ່ງຄຳຢື້ຢາມຖາວຂ່າວ, ຄຳອວຍພອນອັນດີງາມມາຍັງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ການນຳຂັ້ນສູງຂອງ ຫວຽດນາມ. ທ່ານນາງໃຫ້ຮູ້ວ່າ ຈະສັບຊ້ອນວຽງານເພື່ອມາຢ້ຽມຢາມ ຫວຽດນາມ ໃນໂອກາດເໝາະສົມເພື່ອສືບຕໍ່ຊຸກຍູ້ການພົວພັນສອງຝ່າຍ. ທ່ານນາງ ປະທານ EC ຢັ້ງຢືນວ່າ EU ຍາມໃດກໍ່ຖືບົດບາດ, ທີ່ຕັ້ງ ແລະ ການພົວພັນກັບ ຫວຽດນາມເປັນສຳຄັນ, ຖືຫວຽດນາມ ເປັນຄູ່ຮ່ວມມືສຳຄັນຂອງ EU ຢູ່ພາກພື້ນ ແລະ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ໜູນຊ່ວຍຫວຽດນາມພັດທະນາຢ່າງຮອບດ້ານ, ຍືນຍົງ. ສອງຝ່າຍກໍ່ຈະສືບຕໍ່ສົມທົບ ໜູນຊ່ວຍກັນຢູ່ເວທີປາໄສໃນພາກພື້ນ ແລະ ສາກົນ, ສອດຄ່ອງກັບຍຸດທະສາດຂອງ EU ກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືກັບພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ