EU ຢາກ​ເຊື່ອມ​ຕໍ່​ການ​ພົວ​ພັນ​ກັບ ຕວັກ​ກີ​ຄືນ​ໃໝ່

(VOVWORLD) - EU ໃຫ້ຮູ້ວ່າ ເຂົາເຈົ້າ ພ້ອມແລ້ວທີ່ຈະເຊື່ອມຕໍ່ບັນດາການເຈລະຈາຄືນໃໝ່ກ່ຽວກັບ ສຳພັນທະມິດກອງທັບເຮືອທັນສະໄໝ ລະຫວ່າງ EU ແລະ ຕວັກກີ
EU ຢາກ​ເຊື່ອມ​ຕໍ່​ການ​ພົວ​ພັນ​ກັບ ຕວັກ​ກີ​ຄືນ​ໃໝ່ - ảnh 1ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ EU (ພາບ: ec.europa.eu)

ວັນທີ 29 ພະຈິກ, ຢູ່ ບຣູກແຊນ, ປະເທດ ແບນຊິກ, ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ຂອງ EU Josep Borrell ແລະ ທ່ານ Oliver Varhelyi ກຳມະການຮັບຜິດຊອບການເປີດກວ້າງ ເອີລົບ ໄດ້ປະກາດແຜນການໃໝ່ເພື່ອແນໃສ່ຟື້ນຟູການພົວພັນກັບ ຕວັກກີ ແລະ ກ່ຽວຂ້ອງເຖິງການຮ່ວມມືທີ່ໃຫຍ່ຫຼວງໃນຂົງເຂດການຄ້າ, ພະລັງງານ, ຄົມມະນາຄົມ ແລະ ການຄຸ້ມຄອງ ກະແສຊາວອົບພະຍົບ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Oliver Varhelyi ໃຫ້ຮູ້ວ່າ ສອງຝ່າຍ ອາດມີທັດສະນະທີ່ແຕກຕ່າງກັນກ່ຽວກັບຫຼາຍບັນຫາ, ແຕ່ ມີທັດນະສະທີ່ໄດ້ຮັບການເຫັນດີເປັນເອກະພາບຫຼາຍກ່ວາ. EU ກໍ່ໃຫ້ຮູ້ວ່າ ເຂົາເຈົ້າ ພ້ອມແລ້ວທີ່ຈະເຊື່ອມຕໍ່ບັນດາການເຈລະຈາຄືນໃໝ່ກ່ຽວກັບ ສຳພັນທະມິດກອງທັບເຮືອທັນສະໄໝ ລະຫວ່າງ EU ແລະ ຕວັກກີ, ດ້ວຍເງື່ອນໄຂທີ່ວ່າ ຕວັກກີ ຕ້ອງສະໜັບສະໜູນບັນດາຄວາມມານະພະຍາຍາມຕ້ານການຫຼີກລ້ຽງຄຳສັ່ງລົງໂທດຂອງ ເອີລົບ ທີ່ເລັ່ງໃສ່ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ