EU ຫວັງ​ວ່າ ການ​ເຈ​ລະ​ຈາ Brexit ຈະ​ບັນ​ລຸ​ໄດ້​ຄວາ​ມ​ຄືບ​ໜ້າ​ຢ່າງ​ຈະ​ແຈ້ງ

(VOVWORLD) -   ວັນທີ 20 ເມສາ, ທ່ານ Michel Barnier ຫົວໜ້າຄະນະເຈລະຈາຂອງສະຫະພາບເອີລົບ (EU) ກ່ຽວກັບເລື່ອງ ອັງກິດຖອນຕົວອອກຈາກກຸ່ມ (ຫຼືເອີ້ນວ່າ Brexit), ໃຫ້ຮູ້ວ່າ EU ພວມລໍຖ້າ “ບັນດາຄວາມຄືບໜ້າຫຼາຍພໍສົມຄວນ” ເຊິ່ງຈະຈັດຂຶ້ນໃນເດືອນມິຖຸນາ ກ່ຽວກັບຮູບແບບຂອງການພົວພັນໃໝ່ກ່ອນທີ່ ລອນດອນຈະຖອນຕົວອອກຈາກ EU ໃນທ້າຍປີນີ້. 
EU ຫວັງ​ວ່າ ການ​ເຈ​ລະ​ຈາ Brexit ຈະ​ບັນ​ລຸ​ໄດ້​ຄວາ​ມ​ຄືບ​ໜ້າ​ຢ່າງ​ຈະ​ແຈ້ງ - ảnh 1ທ່ານ Michel Barnier ຫົວໜ້າຄະນະເຈລະຈາຂອງສະຫະພາບເອີລົບ (EU) (ພາບ: TTXVN)

ບັນດາການເຈລະຈາກ່ຽວກັບການປະຕິບັດສຳເລັດຂໍ້ຕົກລົງດ້ານການຄ້າສະບັບໃໝ່ລະຫວ່າງ ອັງກິດ ແລະ 27 ປະເທດສະມາຊິກ EU ຖືກຢຸດສະງັກເປັນເວລາຫຼາຍອາທິດຍ້ອນວ່າ ໂລກລະບາດ Covid – 19 ອັນໄດ້ຍູ້ໃຫ້ ເອີລົບ ຕົກເຂົ້າສູ່ສະພາບການຖືກປິດລ້ອມ. ການເຈລະຈາຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ໃນວັນທີ 20 ເມສາ, ບັນດາການເຈລະຈາລະຫວ່າງ ອັງກິດ ແລະ EU ຄາດວ່າຈະແກ່ຍາວໝົດອາທິດນີ້ ແລະ ຮອບຕໍ່ໄປ ຄາດວ່າຈະຈັດຂຶ້ນໃນວັນທີ 11 ພຶດສະພາ.

        ພາຍຫຼັງການເຈລະຈາທາງອອນລາຍກັບຄູ່ຕຳແໜ່ງຝ່າຍອັງກິດ David Frost, ທ່ານ Barnier ກ່າວວ່າ ສອງຝ່າຍຕ້ອງບັນລຸໄດ້ຄວາມຄືບໜ້າໃນບັນດາຂົງເຂດທັງໝົດ, ດ້ວຍເປົ້າໝາຍສຳຄັນແມ່ນມີບັນດາຄວາມຄືບໜ້າຢ່າງຈະແຈ້ງໃນເດືອນມິຖຸນານີ້.

ຕອບກັບ

ຂ່າວ/ບົດ​ອື່ນ