EU ອະ​ນຸ​ຍາດ​ໃຫ້​ນຳ​ໃຊ້ຜົ​ນກຳ​ໄລທີ່ໄດ້​ມາ​ຈາກ​​ຊັບ​​ສິນຖືກປິດ​ລ້ອມຂອງ ລັດ​ເຊຍ ເພື່ອ​ໜູນ​ຊ​່ວຍໃຫ້​ແກ່​ຢູ​ແກຼນ

(VOVWORLD) -  ວັນທີ 21 ພຶດສະພາ, ທ່ານ Jan Lipavsky ລັດຖະມົນຕີການຕ່າງປະເທດ ສ.ເຊັກໂກ ແຈ້ງໃຫ້ຊາບວ່າ ສະຫະພາບເອີຣົບ (EU) ໄດ້ອະນຸຍາດໃຫ້ນຳໃຊ້ບັນດາບ້ວງເງິນກຳໄລທີ່ເກັບມາຈາກຊັບສິນຖືກປິດລ້ອມຂອງ ລັດເຊຍ ເພື່ອໜູນຊ່ວຍໃຫ້ແກ່ ຢູແກຼນ.
EU ອະ​ນຸ​ຍາດ​ໃຫ້​ນຳ​ໃຊ້ຜົ​ນກຳ​ໄລທີ່ໄດ້​ມາ​ຈາກ​​ຊັບ​​ສິນຖືກປິດ​ລ້ອມຂອງ ລັດ​ເຊຍ ເພື່ອ​ໜູນ​ຊ​່ວຍໃຫ້​ແກ່​ຢູ​ແກຼນ - ảnh 1(ພາບປະກອບ:  Bloomberg)

  ທ່ານລັດຖະມົນຕີການຕ່າງປະເທດ Lipavsky ໃຫ້ຮູ້ວ່າ ຜົນກຳໄລທີ່ໄດ້ມາຈາກການປິດລ້ອມຊັບສິນຂອງ ລັດເຊຍ ໃນແຕ່ລະປີ ຄາດວ່າບັນລຸແຕ່ 2,5 – 3 ຕື້ ເອີໂຣ ແລະ 90% ຈຳນວນເງິນທີ່ເກັບມາໄດ້ນັ້ນ ຈະໄດ້ນຳໃຊ້ເພື່ອຊື້ອາວຸດໃຫ້ແກ່ ຢູແກຼນ ຜ່ານກົນໄກສັນຕິພາບເອີຣົບ (EPE), ຈຳນວນ 10% ທີ່ຍັງເຫຼືອ ຈະຖືກໂອນເຂົ້າງົບປະມານຂອງ EU ແລະ ນຳໃຊ້ເພື່ອຈຸດປະສົງສ້າງສາ ຢູແກຼນ ຄືນໃໝ່. ການບັນລຸໄດ້ຂໍ້ຕົກລົງລະຫວ່າງບັນດາປະເທດສະມາຊິກ EU ຕ້ອງຜ່ານຜ່າການໂຕ້ວາທີແກ່ຍາວ ເມື່ອບາງປະເທດຄື ສະໂລວາກີ ແລະ ຮຸງກາຣີ ມີຄວາມວິຕົກກັງວົນຕໍ່ການນຳໃຊ້ແຫຼ່ງເງິນທີ່ເກັບມາໄດ້  ເຂົ້າໃນຈຸດປະສົງການທະຫານ.

        ພາຍຫຼັງທີ່ ລັດເຊຍ ປຸກລະດົມບັ້ນການທະຫານຢູ່ ຢູແກຼນ ໃນເດືອນ ກຸມພາ 2022, ບັນດາປະເທດຝ່າຍຕາເວັນຕົກ ຖືກປິດລ້ອມຊັບສິນຂອງທະນາຄານກາງ ລັດເຊຍ ເຊິ່ງມີມູນຄ່າປະມານ 210 ຕື້ ເອີໂຣ (228 ຕື້ USD). ສ່ວນໃຫຍ່ຊັບສິນນີ້ຕັ້ງຢູ່ ເອີຣົບ, ຕົ້ນຕໍແມ່ນຢູ່ສູນຊຳລະສາກົນ Euroclear ຢູ່ ແບນຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ