EU ແລະ ຈີນ ຊົມເຊີຍ ສປປເກົາຫຼີ ຢຸດການເຄື່ອນໄຫວນີວເຄຼຍ

EU ແລະ ຈີນ ຊົມເຊີຍ ສປປເກົາຫຼີ ຢຸດການເຄື່ອນໄຫວນີວເຄຼຍ  - ảnh 1

ພາບ​ປະກອບ

( vovworld ) – ວັນ​ທີ 1/3, ​ ​EU ແລະ ​ຈີນ ໄດ້ຊົມ​ເຊີຍປະ​ເທດ ສປປ​ເກົາຫຼີ ​ໃນ​ເມື່ອ ​ປະ​ເທດ​ນີ້​ຕົກລົງ​ຈະຢຸດບັນດາການເຄື່ອນໄຫວນິວເຄຼີຍຊົ່ວຄາວ ຊື່​ງລວມມີ​ການ​ຢຸດ​ການ​ທົດ​ລອງ​ຍິງລູກ​ສອນ​ໄຟ​ໄລຍະ​ໄກ ​ແລະ ​ເສີມ​ທາດ​ອູຣານຽມຢູ່​ຮາກ​ຖານ Yongbyon ຄື​ດັ່ງສ່ວນ​ໜື່ງຂອງ​ຂໍ້​ຕົກລົງ​ໂດຍ​ສັງ​ເຂ​ບກັບ​ອາ​ເມ​ລິ​ກາ. ຕໍ່ໜ້າ​ການ​ກະທຳ​ດັ່ງກ່າວ​ຂອງ  ສປປ​ເກົາຫຼີ, ຜູ້​​ຕາງໜ້າຂັ້ນສູງຮັບຜິດຊອບນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີ​ລົບ, ທ່ານ​ນາງ Catherine Ashton ຖື​ວ່າ ນີ້​ແມ່ນ​ບາດກ້າວ​ເດີນ​ຖືກທິດຂອງ ພຽງ​ຢ່າງ, ຫ້ອງການ​ຂອງ​ທ່ານ​ນາງ Ashton ຊີ້​ແຈ້ງວ່າ ສະຫະພາບ​ເອີ​ລົບ ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່​ສົມທົບ​ກັບ​ບັນດາ​ຄູ່​ຮ່ວມ​ມື​ສາກົນ ​ແລະ ສປປ​ເກົາຫຼີ ​ເພື່ອ​ຊອກ​ຫາ​ສັນຕິພາບ, ສະຖຽນ​ລະ​ພາບ​ອັນ​ຍາວ​ນານ​ໃນ​ແຫຼມ​ເກົາຫຼີ.

   ​ໃນ​ວັນ​ດຽວ​ກັນ, ​ ທ່ານ ຫົງ​​ເຫຼີ​ຍ ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໃຫ້​ຮູ້​ວ່າ ການ​ປົວ​ແປງ​ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ-ສປປ​ເກົາຫຼີ ​ຈະ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ດຳ​ເນີນ​ຮອບ​ເຈລະຈາ​ໃໝ່​ຄັ້ງຕ່າງໆ ກ່ຽວ​ກັບ​ການ​ປອດ​ນີວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ ​ໂດຍ​ຈີນ​ ເປັນ​ປະທານ. ຖະ​ແຫຼ​ງການຢຸດບັນດາການເຄື່ອນໄຫວທົດລອງດ້ານ ນິວເຄຼີຍ ຊົ່ວຄາວຂອງ ສປປ​ເກົາຫຼີ ກໍ​ໄດ້​ຮັບ​ການ​ຕີ​ລາຄາ​ຢ່າງຕັ້ງໜ້າ​ຈາກ​ປະຊາ​ຄົມ​ໂລກ.

 


ຂ່າວ/ບົດ​ອື່ນ