EVFTA ຈະເລີ່ມມີຜົນສັດສິດຢ່າງເປັນທາງການນັບແຕ່ວັນທີ 01 ສິງຫາ

(VOVWORLD) -ສັນຍາ EVFTA ຈະຍົກເລີກ 65% ພາສີສຳລັບສິນຄ້າສົ່ງອອກຂອງອີຢູ ເຂົ້າຫວຽດນາມ, ສ່ວນຍັງເຫຼືອຈະຄ່ອຍໆຍົກເລີກໃນຮອບເວລາ 10 ປີ.

ໃນແຈ້ງການສະບັບໜຶ່ງລົງວັນທີ 30 ມິຖຸນາ, ຄະນະກຳມະການເອີລົບ (EC) ໄດ້ແຈ້ງໃຫ້ຊາບຢ່າງເປັນທາງການວ່າ, ສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ ແລະ ຫວຽດນາມ (EVFTA) ທີ່ໄດ້ລົງນາມໃນວັນທີ 30 ມິຖຸນາ 2019 ນັ້ນ ຈະເລີ່ມມີຜົນສັດສິດນັບແຕ່ວັນທີ 01 ສິງຫາ ເປັນຕົ້ນໄປ.

        ເມື່ອມີຜົນສັດສິດ, ສັນຍາ EVFTA ຈະຍົກເລີກ 65% ພາສີສຳລັບສິນຄ້າສົ່ງອອກຂອງອີຢູ ເຂົ້າຫວຽດນາມ, ສ່ວນຍັງເຫຼືອຈະຄ່ອຍໆຍົກເລີກໃນຮອບເວລາ 10 ປີ. ສຳລັບສິນຄ້າສົ່ງອອກຂອງຫວຽດນາມ ໄປຍັງອີຢູ, ສັນຍາ EVFTA ກໍ່ຈະຍົກເລີກ 71% ພາສີສົ່ງອອກນັບແຕ່ວັນທີ 01 ສິງຫາ, ສ່ວນຍັງເຫຼືອຈະໄດ້ຍົກເລີກໃນຮອບເວລາ 7 ປີ. ຂໍ້ຕົກລົງດ້ານການຄ້າລະຫວ່າງອີຢູ - ຫວຽດນາມ ຍັງມີຫຼາຍມາດຕາສຳຄັນກ່ຽວກັບການປົກປ້ອງຊັບສິນທາງປັນຍາ, ສິດຂອງຜູ້ອອກແຮງງານ ແລະ ການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ