Festival ຊາວ​ໜຸ່ມ ອາ​ຊຽນ - ຍີ່​ປຸ່ນ 2023 ໄດ້​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ

(VOVWORLD) - Festival ຊາວໜຸ່ມ ອາຊຽນ - ຍີ່ປຸ່ນ 2023 ໄດ້ຈັດຂຶ້ນເພື່ອແນໃສ່ເພີ່ມທະວີການພົບປະແລກປ່ຽນ, ມີຄວາມຮູ້ຄວາມເຂົ້າໃຈລວມ ແລະ ຍົກສູງສະຕິຄວາມຮັບຮູ້ຂອງຊາວໜຸ່ມ ກ່ຽວກັບອາຊຽນ - ຍີ່ປຸ່ນ. 
Festival ຊາວ​ໜຸ່ມ ອາ​ຊຽນ - ຍີ່​ປຸ່ນ 2023 ໄດ້​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ - ảnh 1ລາຍການ ຂ່ຳນັບຮັບຕ້ອນ Festival ຊາວໜຸ່ມ ອາຊຽນ - ຍີ່ປຸ່ນ 2023

ຕອນຄ່ຳວັນທີ 13 ທັນວາ, ຢູ່ນະຄອນໂຮ່ຈີມິນ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈັດລາຍການ ຂ່ຳນັບຮັບຕ້ອນ Festival ຊາວໜຸ່ມ ອາຊຽນ - ຍີ່ປຸ່ນ 2023. ກ່າວຄຳເຫັນທີ່ລາຍການ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ຢັ້ງຢືນວ່າ:

ໂດຍມຸ່ງໄປເຖິງອະນາຄົດ, ພວກເຮົາມີຄວາມເຊື່ອໝັ້ນຕໍ່ແງ່ຫວັງອັນສົດໃສ ຂອງ ການພົວພັນ ອາຊຽນ - ຍີ່ປຸ່ນ. ຂ້າພະເຈົ້າປາດຖະໜາວ່າ ລຸ້ນໜຸ່ມສອງຝ່າຍ ດ້ວຍຂໍ້ລິເລີ່ມ ແລະ ໂຄງການຮ່ວມມືລະອຽດ ຈະເສີມຂະຫຍາຍຈິດໃຈຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ພູມປັນຍາ ແລະ ຄວາມມຸ່ງຫວັງປ່ຽນແປງໃໝ່ຢ່າງສຸດຂີດ ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ອາຊຽນ - ຍີ່ປຸ່ນ ໃຫ້ນັບມື້ນັບພັດທະນາຢ່າງເຂັ້ມແຂງ, ປະຕິບັດສຳເລັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ເພື່ອຄວາມຜາສຸກຂອງປະຊາຊົນທຸກປະເທດ ອາຊຽນ ແລະ ຍີ່ປຸ່ນ, ເພື່ອສັນຕິພາບ, ວັດທະນາຖາວອນ ຂອງພາກພື້ນ ແລະ ໂລກ.

Festival ຊາວໜຸ່ມ ອາຊຽນ - ຍີ່ປຸ່ນ 2023 ໄດ້ຈັດຂຶ້ນເພື່ອແນໃສ່ເພີ່ມທະວີການພົບປະແລກປ່ຽນ, ມີຄວາມຮູ້ຄວາມເຂົ້າໃຈລວມ ແລະ ຍົກສູງສະຕິຄວາມຮັບຮູ້ຂອງຊາວໜຸ່ມ ກ່ຽວກັບອາຊຽນ - ຍີ່ປຸ່ນ. Festival ໄດ້ດຳເນີນແຕ່ວັນທີ 12 – 15 ທັນວາ ຢູ່ນະຄອນໂຮ່ຈີມິນ ດ້ວຍຫົວເລື່ອງ “ຊາວໜຸ່ມ ອາຊຽນ - ຍີ່ປຸ່ນ ຮ່ວມແຮງຮ່ວມໃຈ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ” ເຊິ່ງມີການເຂົ້າຮ່ວມຂອງຜູ້ແທນ 110 ຄົນທີ່ມາຈາກ ບັນດາປະເທດ ອາຊຽນ ແລະ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ