Festival ມໍລະດົກ ກວາງນາມ - ໂຄສະນາທ່ອງທ່ຽວ, ແນະນຳກ່ຽວກັບວັດທະນະທຳ ກວາງນາມ

(VOVWORLD) - “Festival ມໍລະດົກ ກວາງນາມ” ຄັ້ງທີ 6 – 2017 ດ້ວຍຫົວຂໍ້ “ກວາງນາມ - ເສັ້ນທາງເຊື່ອມຕໍ່ມໍລະດົກ” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 09/06 ຢູ່ຫາດຊາຍທະເລ ຕາມແທງ, ນະຄອນ ຕາມກີ ແຂວງ ກວາງນາມ
Festival ມໍລະດົກ ກວາງນາມ - ໂຄສະນາທ່ອງທ່ຽວ, ແນະນຳກ່ຽວກັບວັດທະນະທຳ ກວາງນາມ - ảnh 1 ການປະຊຸມຂ່າວ (ພາບອິນເຕີແນັດ)


ນີ້ແມ່ນຂໍ້ມູນຂ່າວ ໄດ້ຍົກອອກທີ່ການປະຊຸມຂ່າວ ໂດຍຄະນະກຳມະການປະຊາຊົນແຂວງ ກວາງນາມ ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ກະຊວງການຕ່າງປະເທດ ຈັດຕັ້ງໃນຕອນເຊົ້າວັນທີ 09/05 ຢູ່ ຮ່າໂນ້ຍ. ທ່ານ ເລວັນແທງ ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ ຫົວໜ້າຄະນະຈັດຕັ້ງ “Festival ມໍລະດົກ ກວາງນາມ” ຄັ້ງທີ 6 – 2017 ໃຫ້ຮູ້ວ່າ:

        “ແຂວງ ກວາງນາມ ແມ່ນເຂດດິນແດນທີ່ເຕົ້າໂຮມ ມໍລະດົກວັດທະນະທຳ ແລະ ທຳມະຊາດຫລາຍຢ່າງ ໃນນັ້ນ ພົ້ນເດັ່ນແມ່ນບັນດາມໍລະດົກ ເຊິ່ງ UNESCO ໄດ້ຮັບຮອງຄື: ເຂດຕົວເມືອງເກົ່າ ໂຫ້ຍອານ, ເຂດຫໍທາດ ໝີເຊີນ…ເພື່ອແນໃສ່ໂຄສະນາເຜີຍແຜ່ບັນດາມໍລະດົກທີ່ມີຄຸນຄ່າທົ່ວໂລກ ແລະ ບັນດາຄວາມງາມວັດທະນະທຳທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ. ຜ່ານການຈັດຕັ້ງເປັນ 5 ຄັ້ງ, Festival ມໍລະດົກ ກວາງນາມ ໂດຍເພື່ອນມິດທັງຢູ່ພາຍໃນ ແລະ ຕ່າງປະເທດຮູ້ຈັກເຖິງ ແລະ ນິຍົມຊົມຊອບ ຜ່ານບັນດາການເຄື່ອນໄຫວວັດທະນະທຳ, ສີລະປະທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ແລະ ເປັນເອກະລັກສະເພາະ, ປະກອບສ່ວນໂຄສະນາເຜີຍແຜ່ພາບພົດປະເທດ ຫວຽດນາມ ເວົ້າລວມ ແລະ ແຂວງ ກວາງນາມ ເວົ້າສະເພາະ ເຖິງແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ