ງານ​ບຸນ​ຍິງ​ບັ້ງ​ໄພ​ດອກ​ສາ​ກົນ ດ່າ​ໜັງ 2024: ອີ​ຕາ​ລີ ນຳ​ມາ​ເຊິ່ງ​ຄວາມ​​ປະຫຼາດ​ໃຈ​

(VOVWORLD) - ດ້ວຍຫົວຂໍ້ “Made of Nature Wisdom - ຜົນງານທີ່ໂດດເດັ່ນທາງເປັນທຳມະຊາດ”, ຄ່ຳຄືນສະແດງທີ 2 ຂອງງານບຸນຍິງບັ້ງໄຟດອກສາກົນ ດ່າໜັງ 2024 ໝັ້ນໝາຍວ່ານຳມາເຊິ່ງນັດແຂ່ງຂັນສະແດງແສງສີລະຫວ່າງ 2 ທິມ ອາເມລິກາ ແລະ ອີຕາລີ.
ງານ​ບຸນ​ຍິງ​ບັ້ງ​ໄພ​ດອກ​ສາ​ກົນ ດ່າ​ໜັງ 2024: ອີ​ຕາ​ລີ ນຳ​ມາ​ເຊິ່ງ​ຄວາມ​​ປະຫຼາດ​ໃຈ​ - ảnh 1ທິມອີຕາລີ ກຳລັງຕິດຕັ້ງດອກໄຟດອກ (ພາບ: VOV)

ເຫດການໄດ້ດຳເນີນໃນຕອນຄ່ຳວັນທີ 15 ມິຖຸດນາ, ຢູ່ແຄມແມ່ນ້ຳ ຮ່ານ. ໃນນັດແຂ່ງຂັນນີ້, ຜູ້ຊົມຈະໄດ້ເຫັນປະຈັກຕາບັນດາຮູບພາບທຳມະຊາດທີ່ມີຊີວິດຊີວາໄດ້ວາດພາດຜ່ານການຍິງບັ້ງໄຟດອກທີ່ມະຫັດສະຈັນ, ສະດຸດຕາ ແລະ ບັນດາລາຍການສະແດງສິລະປະທີ່ຟົດຟື້ນມ່ວນຊື່ຈາກບັນດານັກສິລະປິນ ຫວຽດນາມ ແລະ ສາກົນ.

        ທິມ ອີຕາລີ, ເຊິ່ງເປັນແຊ້ມງານບຸນຍິງບັ້ງໄຟດອກສາກົນສອງປີຢ່າງລຽນຕິດ (2017 ແລະ 2018) ແລະ ເປັນຮອງແຊ້ມ ເມື່ອປີ 2023 ໄດ້ນຳມາເຊິ່ງລາຍການສະແດງທີ່ມີຫົວຄິດປະດິດສ້າງ ດ້ວຍຫວົຂໍ້ “ຈັກກະວານທີ່ຮຸ່ງເຮືອງເຫຼືອງເຫຼື້ອມ: ລາຍການປະສານແສງສີ”. ເມື່ອຮັບຊົມລາຍການນີ້, ຜູ້ຊົມບໍ່ພຽງແຕ່ໄດ້ຮັບຊົມລາຍການສະແດງທີ່ງາມຕາເທົ່ານັ້ນ, ຫາກຍັງໄດ້ຮັບຟັງການປະສານສຽງທີ່ເປັນເອກະລັກ. ທ່ານ Michele Martarello, ຜູ້ອຳນວຍການສິລະປະຂອງ Martarello, ສາທາລະນະລັດ ອີຕາລີ, ແບ່ງປັນວ່າ:

        “ປີນີ້, ພວກຂ້າພະເຈົ້າໄດ້ນໍາໃຊ້ບັ້ງໄຟດອກປະເພດໃໝ່ທີ່ມີຄຸນນະພາບສູງກວ່າ. ຂ້າພະເຈົ້າຄິດວ່າ ນີ້ແມ່ນສິ່ງທີ່ປະຫຼາດໃຈທີ່ສຸດສຳລັບຜູ້ຊົມ. ພວກຂ້າພະເຈົ້າໄດ້ພະຍາຍາມເພື່ອສ້າງຄວາມປະຫຼາດໃໝ່ໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວເມື່ອມາ ດ່າໜັງ. ເພາະສະນັ້ນ,  ຂ້າພະເຈົ້າຄິດວ່າ ຂອງຂວັນທີ່ປະຫຼາດໃຈນີ້ ຈະຊ່ວຍໃຫ້ພວກຂ້າພະເຈົ້າກາຍເປັນທິມແຊ້ມໃນປີນີ້”

ຕອບກັບ

ຂ່າວ/ບົດ​ອື່ນ