Festival ສາກົນຂະແໜງເຂົ້າສານ ຫວຽດນາມ ຄັ້ງທີ 6 ຈະຈັດຂຶ້ນແຕ່ວັນທີ 11 – 14 ທັນວາ

(VOVWORLD) - Festival ສາກົນກ່ຽວກັບເຂົ້າສານຈະຊ່ວຍຍົກສູງຄວາມຮູ້ຂອງປະຊາຄົມກ່ຽວກັບຂະແໜງເຂົ້າສານ ແລະ ບົດບາດຂອງຊາວກະສິກອນ.
Festival ສາກົນຂະແໜງເຂົ້າສານ ຫວຽດນາມ ຄັ້ງທີ 6 ຈະຈັດຂຶ້ນແຕ່ວັນທີ 11 – 14 ທັນວາ - ảnh 1(ທີ່ການຖະແຫຼງຂ່າວແນະນຳກ່ຽວກັບ Festival ສາກົນຂະແໜງເຂົ້າສານ ຫວຽດນາມ - ເຮົາຢາງ)

        ຕອນເຊົ້າວັນທີ 01 ທັນວາ, ຢູ່ນະຄອນ ໂຮ່ຈີມິນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຈັດການຖະແຫຼງຂ່າວແນະນຳກ່ຽວກັບ Festival ສາກົນຂະແໜງເຂົ້າສານ ຫວຽດນາມ - ເຮົາຢາງ 2023 ດ້ວຍຫົວຂໍ້ Green Rice for Life - ເຂົ້າສານສີຂຽວ, ດຳລົງຊີວິດຢ່າງສະຫງົບສຸກ. Festival ປີນີ້ຈັດຂຶ້ນແຕ່ວັນທີ 11 – 14 ທັນວາ, ຢູ່ນະຄອນ ວິແທັງ, ແຂວງ ເຮົາຢາງ.

        ຕາມທ່ານ ດົ່ງວັນແທັງ, ປະທານຄະນະກຳມະການປະຊາຊົນແຂວງ ເຮົາຢາງ ແລ້ວ, Festival ສາກົນກ່ຽວກັບເຂົ້າສານຈະຊ່ວຍຍົກສູງຄວາມຮູ້ຂອງປະຊາຄົມກ່ຽວກັບຂະແໜງເຂົ້າສານ ແລະ ບົດບາດຂອງຊາວກະສິກອນ

        “ໃນ Festival ສາກົນຂະແໜງເຂົ້າສານຄັ້ງນີ້ ຈະມີຜູ້ແທນ, ອົງການຈັດຕັ້ງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ ເພື່ອຊອກຫາຄວາມຮູ້ກ່ຽວກັບເຂົ້າສານ, ຈາກນັ້ນ, ເຊີດຊູຂະແໜງເຂົ້າສານ, ມີໜ້າທີ່ຄວາມຮັບຜິດຊອບກວ່າສຳລັບຊາວກະສິກອນຜູ້ທີ່ພວມປູກ, ຜະລິດເຂົ້າສານໂດຍກົງ ຊາວກະສິກອນຈະໄດ້ຮັບຜົນປະໂຫຍດຫຼາຍເມື່ອຜະລິດເຂົ້າສານ. ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈເມື່ອການເຄື່ອນໄຫວດັ່ງກ່າວໄດ້ຈັດຂຶ້ນຢູ່ທ້ອງຖິ່ນ ແລະ ພວກຂ້າພະເຈົ້າເຫັນໄດ້ໜ້າທີ່ຄວາມຮັບຜິດຊອບຢ່າງໃຫຍ່ຫຼວງຂອງຕົນຕໍ່ວຽກງານນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ