Festivalເຫ໋ວປີ2016 ຖືກຈັດຂຶ້ນກົງກັບວັນບຸນ 30/4

Festivalເຫ໋ວປີ2016 ຖືກຈັດຂຶ້ນກົງກັບວັນບຸນ 30/4 - ảnh 1
Festival ​ເຫ໋ວ ປີ 2014 (ພາບ: TTXVN)

(vovworld)  - Festival ​ເຫ໋ວ ປີ 2016 ມີ​ຫົວ​ຂໍ້​ວ່າ “710 ປີ ທ້ວນຮ໋ວາ - ຊວນ​ຟູ໋ - ​ເທື່ອ​ທຽນ - ​ເຫ໋ວ; ມໍລະດົກ​ວັດທະນະທຳ​ກັບ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ“ ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 29/4-4/5, ກົງ​ກັບ​ໂອກາດ​ວັນ​ບຸນ 30/4-1/5 ຂອງ​ຫວຽດນາມ. ຂໍ້​ມູນ​ດັ່ງກ່າວ​ຖືກ​ຍົກ​ອອກ​ມາໃນ​ການ​ປະຊຸມ​ຂ່າວ ​ໂດຍ​ກະຊວງ​ວັດທະນະທຳ, ກິລາ ​ແລະການທ່ອງທ່ຽວ, ກະຊວງ​ການ​ຕ່າງປະ​ເທດ ​ແລະຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເທື່ອ​ທຽນ​ເຫ໋ວຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 1/12 ຢູ່ ຮ່າ​ໂນ້ຍ. Festival ​ເຫ໋ວປີ 2016 ​ແມ່ນ​ແຫ່ງ​ເຕົ້າ​ໂຮມ, ​ແລກປ່ຽນ​ລາຍການ​ສິລະ​ປະ​ທີ່​ດີ​ເດັ່ນ, ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ອື່ນໆ​ຢູ່​ໃນ​ໂລກ, ມໍລະດົກ​ວັດທະນະທຳ​ສິລະ​ປະ​ຫວຽດນາມ, ພິ​ເສດ​ແມ່ນ​ວັດທະນະທຳ ​ເຫ໋ວ. Festival ​ເຫ໋ວ ປີ 2016 ນີ້​ມີ​ການ​ເຂົ້າ​ຮ່ວມ​ຂອງ 53 ​ໂຮງ​ລະຄອນ, ຄະນະ​ສິລະ​ປະ, ວົງການ​ສິລະ​ປະ​ຂອງ​ຫວຽດນາມ ​ແລະ 60 ກວ່າ​ຄະນະ​ສິລະ​ປະ​ທີ່ມາ​ຈາກ 47 ປະ​ເທດ​ໃນ​ໂລກ.

ຂ່າວ/ບົດ​ອື່ນ