ການນຳກຸ່ມ G7
photo:internet
|
(vovworld)- ສິ້ນສຸດກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳຊັ້ນນຳຂອງໂລກ(G7) ຊື່ງດຳເນີນໄປຢູ່ ບຣຸກແຊນ ປະເທດ ແບນຊີກ, ບັນດາການນຳ G7 ໄດ້ອອກຖະແຫລງການຮ່ວມສະແດງການສະຫນັບສະຫນູນກັບຄະນະການນຳໃຫມ່ຢູ່ ຢູແກຼນ ແລະ ວາງແຜນການເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານ, ການຄ້າ ແລະ ການປ່ຽນແປງຂອງດິນຟ້າອາກາດ. ກ່າວຄຳເຫັນກັບວົງການນັກຂ່າວພາຍຫລັງກອງປະຊຸມຊື່ງ ດຳເນີນໄປໃນວັນທີ 5/6, ທ່ານ Jose Manuel Barroso, ປະທານຄະນະກຳມະການເອີລົບ ໃຫ້ຮູ້ວ່າ: G7 ພ້ອມແລ້ວທີ່ຈະຫນູນຫລັງຄະນະການນຳໃຫມ່ຂອງ Kiev ນັບທັງດ້ານການເມືອງ ແລະ ເສດຖະກິດ. ບັນດາການນຳ G7 ກໍສຸມໃສ່ຜັນຂະຫຍາຍບັນດານະໂຍບາຍລະອຽດ ເພື່ອຊຸກຍູ້ການຈະເລີນເຕີບໂຕເສດຖະກິດ. ຊຸກຍູ້ການເຕີບໂຕ ແລະ ສ້າງວຽກເຮັດງານທຳ ແມ່ນ 2 ຂົງເຂດໃຫ້ບຸລິມະສິດຕົ້ນຕໍຂອງກຸ່ມ. ຖະແຫລງການຮ່ວມສິ້ນສຸດກອງປະຊຸມໄດ້ຊີ້ແຈ້ງວ່າ: G7 ຈະວາງອອກບັນດາຍຸດທະສາດການເຕີບໂຕສັງລວມທີ່ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນຊັ້ນນຳຂອງໂລກ (G20) ດຳເນີນໄປຢູ່ນະຄອນ Brisbane ປະເທດ ອົດສະຕາລີ ເພື່ອກ້າວໄປເຖິງການສຳເລັດບັນດາໂຄງການດຳເນີນງານໃນບັນດາຂົງເຂດຄື: ການລົງທຶນ, ບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍ, ວຽກເຮັດງານທຳ ແລະ ການເຂົ້າຮ່ວມຂອງແມ່ຍິງພ້ອມກັບບັນດາຂົງເຂດອື່ນຄື: ການຄ້າ ແລະ ການປ່ຽນໃຫມ່ ແລະ ບັນດານະໂຍບາຍເສດຖະກິດມະຫາພາກ.