Honduras ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບແລະການຮ່ວມມືກັບຫວຽດນາມ

(VOVWORLD) -ທ່ານປະທານາທິບໍດີ Orlando Hernandez ຢືນຢັນວ່າ, ຈະຊີ້ນຳກະຊວງການຕ່າງປະເທດ Honduras ຍູ້ແຮງການພົວພັນຮ່ວມມືຮອບດ້ານ, ຫຼາຍດ້ານກັບຫວຽດນາມ ກວ່າອີກ.

Honduras ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບແລະການຮ່ວມມືກັບຫວຽດນາມ - ảnh 1ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳເມັກຊີໂກ, ທັງຮັບຮັບຜິດຊອບວຽກງານການທູດຢູ່ ສ. Honduras ຫງວຽນຮ່ວາຍເຢືອງ ໄດ້ຍື່ນສານຕາຕັ້ງ

(ພາບ: TTXVN)

ວັນທີ 18 ກັນຍາ, ທີ່ສຳນັກງານສະຖານທູດ Honduras ຢູ່ນະຄອນຫຼວງ ເມັກຊີໂກ ຊີຕີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳເມັກຊີໂກ, ທັງຮັບຮັບຜິດຊອບວຽກງານການທູດຢູ່ ສ. Honduras ຫງວຽນຮ່ວາຍເຢືອງ ໄດ້ຍື່ນສານຕາຕັ້ງຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ຕໍ່ທ່ານປະທານາທິບໍດີສ. Honduras, Juan Orlando Hernandez Alvarado, ຕາມຮູບແບບທາງອອນລາຍ.

          ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາຍເຢືອງ ໃຫ້ຄຳໝັ້ນສັນຍາຈະເຮັດຈົນສຸດຄວາມສາມາດຂອງຕົນ, ສົມທົບກັບບັນດາເຂດຂອງ 2 ກະຊວງການຕ່າງປະເທດ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ 2 ປະເທດຢ່າງແໜ້ນແຟ້ນ ເພື່ອຍູ້ແຮງການພົວພັນມິດຕະພາບ ແລະ ການຮ່ວມມື 2 ຝ່າຍຫວຽດນາມ - Honduras, ພິເສດແມ່ນໃນການພົວພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນໃນໄລຍະຈະມາເຖິງ.

          ສ່ວນທ່ານປະທານາທິບໍດີ Orlando Hernandez ຢືນຢັນວ່າ, ຈະຊີ້ນຳກະຊວງການຕ່າງປະເທດ Honduras ຍູ້ແຮງການພົວພັນຮ່ວມມືຮອບດ້ານ, ຫຼາຍດ້ານກັບຫວຽດນາມ ກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ