IAEA ປະ​ກາດ​ໝາກ​ຜົນ​ການກວດ​ກາ​ຮາກ​ຖານ​ນິວ​ເຄຼຍ 3 ແຫ່ງ​ຢູ່ ຢູ​ແກຼນ

(VOVWORLD) -ວັນທີ 3 ພະຈິກ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ບັນດານັກກວດກາຂອງອົງການນີ້ ບໍ່ພົບເຫັນສັນຍານໃດກ່ຽວກັບ “ການເຄື່ອນໄຫວນິວເຄຼຍບໍ່ໄດ້ແຈ້ງຢ່າງເປີດເຜີຍ” ຢູ່ 3 ສະຖານທີ່ ຢູ່ ຢູແກຼນ ໃນການຢ້ຽມຢາມຕາມຄວາມຮຽກຮ້ອງຂອງ Kiev.
IAEA ປະ​ກາດ​ໝາກ​ຜົນ​ການກວດ​ກາ​ຮາກ​ຖານ​ນິວ​ເຄຼຍ 3 ແຫ່ງ​ຢູ່ ຢູ​ແກຼນ - ảnh 1ພາບປະກອບ: Roman Pilipey/EPA

ໃນຖະແຫຼງການໜຶ່ງ, IAEA ຢັ້ງຢືນ ການຕີລາຄາວິທະຍາສາດ ແລະ ເຕັກນິກຂອງ IAEA ກ່ຽວກັບບັນດາໝາກຜົນທີ່ບັນລຸໄດ້ນັ້ນ ມາຮອດປັດຈຸບັນບໍ່ພົບເຫັນສັນຍານໃດ ກ່ຽວກັບການເຄື່ອນໄຫວ ແລະ ວັດຖຸນິວເຄຼຍ ທີ່ບໍ່ໄດ້ແຈ້ງຢູ່ 3 ສະຖານທີ່ດັ່ງກ່າວ… ການກວດກາ ໄດ້ດຳເນີນຢູ່ສະຖາບັນຄົ້ນຄ້ວານິວເຄຼຍ ຢູ່ Kiev, ໂຮງງານຂຸດຄົ້ນ ແລະ ປຸງແຕ່ງທາງທິດຕາເວັນອອກ ຢູ່ Zhovti Kody ແລະ ໂຮງງານປຸງແຕ່ງເຄື່ອງຈັກ Pivdennyi ຂອງ ສະມາຄົມຜະລິດ ຢູ່ Dnipro ຕາມຄວາມຮຽກຮ້ອງຂອງ ຢູແກຼນ. ກ່ອນໜ້ານັ້ນ, ຢູແກຼນ ໄດ້ສົ່ງເອກະສານໄປຍັງ IAEA ເພື່ອສະເໜີອົງການຕິດຕາມກວດການິວເຄຼຍຂອງ ສປຊ ກວດກາບັນດາຮາກຖານນິວເຄຼຍຂອງ Kiev, ເພື່ອແນໃສ່ເຮັດໃຫ້ແຈ້ງຄວາມວິຕົກກັງວົນຂອງ ລັດເຊຍ ທີ່ວ່າ ຢູແກຼນມີຄວາມສ່ຽງພວມປະດິດລະເບີດເບື້ອນ.

ຕອບກັບ

ຂ່າວ/ບົດ​ອື່ນ