IAEA ຮັບຮອງເອົາມະຕິກ່ຽວກັບບັນຫານິວເຄຼຍຂອງອີຣານ
ຮາກຖານນິວເຄຼຍຂອງອີຣານ
(ພາບ:vietbao.vn)
(vovworld)- ຜູ້ອຳນວຍການອົງການພະລັງປະລະມານູສາກົນ IAEA ຫາກໍ່ຮັບຮອງເອົາມະຕິສະບັບ 1 ໂດຍໄດ້ຕຳນິຕິຕຽນໂຄງການນິວເຄຼຍທີ່ໄດ້ກໍ່ຄວາມໂຕ້ຖຽງກັນຂອງອີຣານ. ມະຕິຂອງ IAEA ໄດ້ກ່າວປະນາມປະເທດສາທາລະນະລັດອິດສະລາມອີຣານ ບໍ່ປະຕິບັດບັນດາຄຳຮຽກຮ້ອງຂອງປະຊາຄົມໂລກ ກໍ່ຄືບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບການຢຸດຕິການເສີມທາດຢູ່ຣານຽມ. IAEA ກໍ່ຊີ້ແຈ້ງຄວາມມຸ້ງຫວັງຂອງອົງການນີ້ ນັ້ນແມ່ນເພື່ອແນໃສ່ຊອກຫາມາດຕະການສັນຕິພາບໃຫ້ແກ່ບັນຫານີ້. ມະຕິຂອງ IAEA ໄດ້ຍົກອອກມາໃນສະພາບການອິດສະຣາແອນ ປະກາດຈະບຸກໂຈມຕີອີຣານ ຂະນະທີ່ຖືວ່າບັນດາມາດຕະການທາງການທູດ ແລະ ການລົງໂທດຕໍ່ເຕເຮຣານ ສະແດງໃຫ້ເຫັນວ່າບໍ່ມີປະສິດທິຜົນ.