ພາບປະກອບ
|
(vovworld) - ເຖິງວ່າບັນລຸໄດ້ຄວາມກ້າວໜ້າຈຳນວນໜຶ່ງຢູ່ບາງຂົງເຂດໃນໂລກກໍ່ຕາມ, ແຕ່ຍັງຄົງມີແມ່ຍິງນັບລ້ານຄົນພວມຖືກຈຳແນກການປະພຶດເມື່ອໄປຊອກຫາວຽກເຮັດງານທຳ. ຂໍ້ສັງເກດດັ່ງກ່າວໂດຍອົງການແຮງງານສາກົນ (ILO) ຍົກອອກມາກົງກັບໂອກາດໂລກສະເຫຼີມສະຫຼອງວັນແມ່ຍິງສາກົນ 8/3. ບົດລາຍງານມີຊື່ວ່າ: “ແມ່ຍິງໄປເຮັດວຽກ: ບັນດາທ່າອ່ຽງໃນປີ 2016“ ໄດ້ຄົ້ນຄ້ວາບັນຫານີ້ຢູ່ 178 ປະເທດ ແລະ ສະຫຼຸບວ່າ, ສະພາບຂາດຄວາມສະເໝີພາບລະຫວ່າງຍິງຊາຍໃນຕະຫຼາດແຮງງານຢູ່ໂລກຍັງຮ້າຍແຮງສົມຄວນ. ບົດລາຍງານຖືວ່າ, ເຖິງວ່າບັນລຸໄດ້ຄວາມກ້າວໜ້າຈຳນວນໜຶ່ງໃນການຮັດແຄບສະພາບຂາດຄວາມສະເໝີພາບກ່ຽວກັບລາຍຮັບລະຫວ່າງຍິງຊາຍກໍ່ຕາມ, ແຕ່ຈະຕ້ອງເສຍເວລາປະມານ 70 ປີອີກຈຶ່ງສາມາດລົບລ້າງສະພາບນີ້ໄດ້ຢ່າງສິ້ນເຊີງ.