IMF ຫຼຸດ​ອັດ​ຕາ​ຄາດ​ຄະ​ເນ​ລະ​ດ​ັບ​​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ​ປີ 2021

(VOVWORLD) -ກອງທຶນເງິນຕາສາກົນໄດ້ປະກາດບົດລາຍງານກ່ຽວກັບແງ່ຫວັງເສດຖະກິດໂລກ (WEO), ໃນນັ້ນໄດ້ຫຼຸດອັດຕາຄາດຄະເນລະດັບເຕີບໂຕເສດຖະກິດທົ່ວໂລກ ປີ 2021 ລົງເຫຼືອ 5,9% ເມື່ອທຽບໃສ່ລະດັບ 6% ທີ່ໄດ້ຍົກອອກມາໃນການຄາດຄະເນເມື່ອເດືອນ ກໍລະກົດ ແລະ ຮັກສາອັດຕາຄາດຄະເນລະດັບເຕີບໂຕຂອງປີ 2022 ແມ່ນ 4,9% ໄວ້ຄືເກົ່າ.
IMF ຫຼຸດ​ອັດ​ຕາ​ຄາດ​ຄະ​ເນ​ລະ​ດ​ັບ​​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ​ປີ 2021 - ảnh 1ທ່າກ່ຳປັ່ນ Hamburg ເຢຍລະມັນ (ພາບ: Reuters/TTXVN)

ໃນກອງປະຊຸມລະດູໃບໄມ້ຫຼົ່ນຂອງກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ໃນວັນທີ 12 ຕຸລາ, ກອງທຶນເງິນຕາສາກົນໄດ້ປະກາດບົດລາຍງານກ່ຽວກັບແງ່ຫວັງເສດຖະກິດໂລກ (WEO), ໃນນັ້ນໄດ້ຫຼຸດອັດຕາຄາດຄະເນລະດັບເຕີບໂຕເສດຖະກິດທົ່ວໂລກ ປີ 2021 ລົງເຫຼືອ 5,9% ເມື່ອທຽບໃສ່ລະດັບ 6% ທີ່ໄດ້ຍົກອອກມາໃນການຄາດຄະເນເມື່ອເດືອນ ກໍລະກົດ ແລະ ຮັກສາອັດຕາຄາດຄະເນລະດັບເຕີບໂຕຂອງປີ 2022 ແມ່ນ 4,9% ໄວ້ຄືເກົ່າ.

        ຖະແຫຼງການຂອງກອງທຶນ IMF ໃຫ້ຮູ້ວ່າ ເຖິງວ່າອັດຕາຄາດຄະເນລະດັບເຕີບໂຕລວມທົ່ວໂລກຫຼຸດລົງ 0,1% ກໍ່ຕາມ ແຕ່ສຳລັບບາງປະເທດ, ອັດຕາຄາດຄະເນລະດັບເຕີບໂຕຈະຫຼຸດລົງຢ່າງແຮງກວ່າ. IMF ໄດ້ຄາດຄະເນວ່າ ໄພເງິນເຟີ້ຈະກັບມາຢູ່ໃນລະດັບກ່ອນທີ່ໂລກລະບາດຈະແຜ່ລະບາດໃນປີ 2022, ແຕ່ກໍກ່າວເຕືອນວ່າ ສະພາບການແຫຼ່ງສະໜອງຂາດວັກຂາດຕອນແກ່ຍາວນັ້ນ ອາດຈະເຮັດໃຫ້ການຄາດຄະເນກ່ຽວກັບໄພເງິນເຟີ້ມີການປ່ຽນແປງ.

        IMF ກໍກ່າວເຕືອນການຜິດດ່ຽງທີ່ອັນຕະລາຍກ່ຽວກັບແງ່ຫວັງເສດຖະກິດ ຍ້ອນ “ການຂາດຄວາມຍຸຕິທຳຢ່າງໃຫຍ່ຫຼວງກ່ຽວກັບ ວັກຊິນ”, ໃນຂະນະທີ່ 96% ປະຊາກອນຢູ່ບັນດາປະເທດມີລາຍຮັບຕ່ຳຍັງບໍ່ທັນໄດ້ຮັບການສັກວັກຊິນເທື່ອ, ອັນໄດ້ເຮັດໃຫ້ການເຕີບໂຕໃນໄລຍະຍາວຕ່ຳກວ່າ, ສະພາບອຶດຫິວທຸກຍາກເພີ່ມຂຶ້ນ ແລະ ຄວາມສ່ຽງອາດຈະເກີດໄພເງິນເຟີ້ພຸ່ງຂຶ້ນສູງ.


ຕອບກັບ

ຂ່າວ/ບົດ​ອື່ນ