ການປະທະກັນ ຮາມາດ - ອິດສະຣາແອນ: ມີຄວາມສາມາດເຊື່ອມຕໍ່ການເຈລະຈາຢຸດຍິງ ແລະ ປ່ອຍຕົວປະກັນໃນອາທິດໜ້າ

(VOVWORLD) - ໃນຂະນະນັ້ນ, ອາເມລິກາ ກໍ່ປະກາດວ່າ ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ໄດ້ປຶກສາຫາລືກັບລັດຖະມົນຕີຄະນະລັດຖະບານສົງຄາມ ອິດສະຣາແອນ ທ່ານ Benny Gantz, ກ່ຽວກັບບັນດາຄວາມມານະພະຍາຍາມໃໝ່ເພື່ອແນໃສ່ບັນລຸໄດ້ຄຳສັ່ງຢຸດຍິງ ແລະ ເປີດປະຕູດ່ານຊາຍແດນ Rafah ຄືນໃໝ່.
ການປະທະກັນ ຮາມາດ - ອິດສະຣາແອນ: ມີຄວາມສາມາດເຊື່ອມຕໍ່ການເຈລະຈາຢຸດຍິງ ແລະ ປ່ອຍຕົວປະກັນໃນອາທິດໜ້າ - ảnh 1(ພາບປະກອບຈາກ ສຳນັກຂ່າວສານຊິນຮວາ/TTXVN)

ວັນທີ 25 ພຶດສະພາ, ເຈົ້າໜ້າອິດສະຣາແອນ ທ່ານໜຶ່ງໃຫ້ຮູ້ວ່າ: ລັດຖະບານຂອງປະເທດນີ້ມີ “ເຈດຈຳນົງ” ເຊື່ອມຕໍ່ບັນດາການເຈລະຈາເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງປ່ອຍຕົວປະກັນຢູ່ເຂດ ກາຊາ “ໃນອາທິດໜ້າ”. ເຖິງວ່າເຈົ້າໜ້າທີ່ທ່ານນີ້ບໍ່ໃຫ້ຮູ້ລາຍລະອຽດ ກ່ຽວກັບເລື່ອງບັນດາຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມຄືແນວໃດ ແຕ່ສື່ມວນຊົນ ອິດສະຣາແອນ ໄດ້ໃຫ້ຂ່າວວ່າ ໃນການພົບປະລະຫວ່າງເຈົ້າໜ້າທີ່ ອາເມລິກາ ແລະ ອິດສະຣາແອນ ຢູ່ ປາຣີ (ປະເທດ ຝລັ່ງ), ທ່ານ David Barnea, ຜູ້ນຳອົງການສືບລາຊະອາລັບ ອິດສະຣາແອນ (Mossa) ໄດ້ເຫັນດີເຫັນພ້ອມກັບບັນດາຄົນກາງໄກ່ເກ່ຍ, ເຊິ່ງລວມມີ: ຜູ້ອຳນວຍການ CIA Bill Burns ແລະ ທ່ານນາຍົກລັດຖະມົນຕີ ກາຕາ Mohammed bin Abdulrahman Al-Thani, ກ່ຽວກັບຂອບເຂດໃໝ່ໃຫ້ແກ່ການເຈລະຈາພວມຖືກໂຈະໄວ້.

ໃນຂະນະນັ້ນ, ອາເມລິກາ ກໍ່ປະກາດວ່າ ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ໄດ້ປຶກສາຫາລືກັບລັດຖະມົນຕີຄະນະລັດຖະບານສົງຄາມ ອິດສະຣາແອນ ທ່ານ Benny Gantz, ກ່ຽວກັບບັນດາຄວາມມານະພະຍາຍາມໃໝ່ເພື່ອແນໃສ່ບັນລຸໄດ້ຄຳສັ່ງຢຸດຍິງ ແລະ ເປີດປະຕູດ່ານຊາຍແດນ Rafah ຄືນໃໝ່. ໃນເດືອນນີ້, ບັນດາການເຈລະຈາເພື່ອບັນລຸໄດ້ຂໍ້ຕົກລົງປ່ອຍຕົວປະກັນ ແລະ ຢຸດຍິງຢູ່ ເຂດກາຊາ ຖືກໂຈະໄວ້ ພາຍຫຼັງ ອິດສະຣາແອນ ດຳເນີນບັນດາບັ້ນການທະຫານຢູ່ນະຄອນ Rafah ທາງທິດໃຕ້ຂອງເຂດດິນແດນແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ