IS ຍອມ​ຮັບ​ປະ​ຕິ​ບັດ​ເຫດ​ບຸກ​ໂຈມ​ຕີ​​ກໍ່​ການ​ຮ້າຍ​ຢູ່​ອີ​ຣານ

(VOVWORLD) -ໃນຖະແຫຼງການທີ່ໄດ້ປະກາດໃນ Telegram, IS ໃຫ້ຮູ້ວ່າ ມີນັກຮົບຄົນໜຶ່ງຂອງອົງການນີ້ໄດ້ເຂົ້າໄປໃນຫໍບູຊາ ແລະ ຍິງປືນໃສ່ແຂກທ່ອງທ່ຽວ, ເຮັດໃຫ້ມີຜູ້ເສຍຊີວິດ ປະມານ 20 ຄົນ ແລະ ນັບສິບຄົນໄດ້ຮັບບາດເຈັບ

ອົງການລັດອິດສະລາມ (IS) ໄດ້ຍອມຮັບວາໄດ້ກໍ່ເຫດບຸກໂຈມຕີທີ່ນອງເລືອດຢູ່ເຂດຫໍບູຊາອິດສະລາມ Shah Cheragh ນະຄອນ Shiraz, ທາງພາກໃຕ້ຂອງ ອີຣານໃນວັນທີ 26 ຕຸລາ. ໃນຖະແຫຼງການທີ່ໄດ້ປະກາດໃນ Telegram, IS ໃຫ້ຮູ້ວ່າ ມີນັກຮົບຄົນໜຶ່ງຂອງອົງການນີ້ໄດ້ເຂົ້າໄປໃນຫໍບູຊາ ແລະ ຍິງປືນໃສ່ແຂກທ່ອງທ່ຽວ, ເຮັດໃຫ້ມີຜູ້ເສຍຊີວິດ ປະມານ 20 ຄົນ ແລະ ນັບສິບຄົນໄດ້ຮັບບາດເຈັບ. ຕາມ Nournews ໂດຍແມ່ນບໍລິສັດສື່ມວນຊົນແຫ່ງໜຶ່ງທີ່ມີການພົວພັນກັບອົງການຄວາມໝັ້ນຄົງແຖວໜ້າຢູ່ ອີຣານ ແລ້ວ, ມືປືນບໍ່ແມ່ນຄົນອີີຣານ. ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ອີີຣານ ໄດ້ປະກາດວ່າຈະໂຕ້ຕອບການກະທຳ ກໍ່ການຮ້າຍນີ້ໃຫ້ສະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ