IS ຍອມ​ຮັບເປັນ​ຝ່າຍ​ຈັດ​ເຫດ​ວາງ​ລະ​ເບີດ ສະຫຼະຊີບ ຢູ່ ປາ​ກິດ​ສະ​ຖານ

(VOVWORLD) - ເຫດວາງລະເບີດສະຫຼະຊີບ ເລັ່ງໃສ່ກຸ່ມຄົນສະໜັບສະໜູນພັກ Jamiat Ulema Islam-Fazl (JUI-F) ເຊິ່ງແມ່ນພັກອິດສະລາມ ຕາມແນວທາງແຂງກະດ້າງ ຢູ່ ປາກິດສະຖານ.
IS ຍອມ​ຮັບເປັນ​ຝ່າຍ​ຈັດ​ເຫດ​ວາງ​ລະ​ເບີດ ສະຫຼະຊີບ ຢູ່ ປາ​ກິດ​ສະ​ຖານ - ảnh 1ພາບປະກອບ: Mohammad Sajjad/AP

ວັນທີ 13 ກໍລະກົດ, ສາຂາແຫ່ງໜຶ່ງຂອງອົງການ ລັດອິດສະລາມ (IS) ອ້າງຊື່ເອງ ຢູ່ແຂວງ Khorasan, ອາບການິດສະຖານ, ຍອມຮັບວ່າໄດ້ປະຕິບັດເຫດວາງລະເບີດສະຫຼະຊີບ ທີ່ເກີດຂຶ້ນກ່ອນນັ້ນ 1 ວັນຢູ່ ປາກິດສະຖານເຮັດໃຫ້ມີຜູ້ເສຍຊີວິດໜ້ອຍກ່ວາ 54 ຄົນ ແລະ ຜູ້ໄດ້ຮັບບາດເຈັບເກືອບ 200 ຄົນ. ເຫດວາງລະເບີດສະຫຼະຊີບ ເລັ່ງໃສ່ກຸ່ມຄົນສະໜັບສະໜູນພັກ Jamiat Ulema Islam-Fazl (JUI-F) ເຊິ່ງແມ່ນພັກອິດສະລາມ ຕາມແນວທາງແຂງກະດ້າງ ຢູ່ ປາກິດສະຖານ ແລະ ແມ່ນຄູ່ຮ່ວມມືສຳພັນທະມິດໃນລັດຖະບານ, ເມື່ອ ບັນດາຜູ້ຄົນນີ້ເຕົ້າໂຮມຢູ່ເທດສະບານ Khar, ແຂວງ Khyber Pakhtunkhwa. ໃນຈຳນວນຜູ້ປະສົບເຄາະຮ້າຍມີເດັກນ້ອຍຫຼາຍຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ