ISນາບຂູ່ບຸກໂຈມຕີນະຄອນຫລວງບາງປະເທດເອີລົບ

ISນາບຂູ່ບຸກໂຈມຕີນະຄອນຫລວງບາງປະເທດເອີລົບ - ảnh 1
ຕຳຫລວດ ໂຮນລັງ ປະຕິບັດໜ້າທີຢູ່ Oudedijk, ເມືອງ
Kralingen, Rotterdam ໃນວັນທີ 30/3
(ພາບ: AFP/TTXVN)

(vovworld) - ວັນ​ທີ 05/04 ກຸ່ມກໍ່​ການ​ຮ້າຍ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ ​ໄດ້ນຳ​ຂຶ້ນ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ແທບວີ​ດີ​ໂອ ດ້ວຍ​ເນື້ອ​ໃນ​ນາບ​ຂູ່ ຈະ​ດຳ​ເນີນ​ບັນດາ​ເຫດ​ບຸກ​ໂຈມ​ຕີ​ຢູ່​ບັນດາ​ປະ​ເທດ​ຝ່າຍທິດຕາ​ເວັນ​ຕົກ, ​ໃນ​ນັ້ນ​ຊີ້​ແຈ້ງ​ບັນດາ​ຈຸດໝາຍ​ບຸກ​ໂຈມ​ຕີ​ ​ເຊັ່ນ: ນະຄອນຫລວງ ລອນ​ດອນ (ອັງກິດ), Berlin (​ເຢຍລະ​ມັນ), Rome (ອີ​ຕາ​ລີ). ຄຳ​ນາບ​ຂູ່ ​ໂດຍ​ສະມາຊິກ IS ​ໄດ້​ກ່າວດ້ວຍ​ພາສາ​ອັງກິດ, ພາຍຫລັງ​ເຕື້ອງ​ເຖິງ​ບັນດາ​ເຫດ​ບຸກ​ໂຈມ​ຕີ​ຢູ່​ນະຄອນຫລວງ Paris (ຝະລັ່ງ) ແລະ Brussels (​ແບນ​ຊິກ). ​ເທບ​ວີ​ດີ​ໂອ​ໄດ້ແຜ່​ພາບ​ກ່ຽວ​ກັບ​​ຜົນ​ຮ້າຍ​ຂອງ​ບັນ​ດາ​​ເຫດ​ບຸກ​ໂຈມ​ຕີກ່ອນ​ນັ້ນ.​

ຂ່າວ/ບົດ​ອື່ນ