Kenya ກຳນົດໄດ້ຊື່ແລະນາມສະກຸນຜູ້ໜຶ່ງທີເຂົ້າຮ່ວມເຫດຄາດຕະກຳຢູ່ Garissa

Kenya ກຳນົດໄດ້ຊື່ແລະນາມສະກຸນຜູ້ໜຶ່ງທີເຂົ້າຮ່ວມເຫດຄາດຕະກຳຢູ່ Garissa - ảnh 1
(ພາບປະກອບ: AFP/TTXVN)

(vovworld) - ​ວັນທີ 5/4, ​ເຈົ້າ​ໜ້າ​ທີ່ Kenya ​ໃຫ້​ຮູ້​ວ່າ, ໜຶ່ງ​ໃນ​ຈຳນວນ​ມື​ປືນ 4 ຄົນ​ທີ່​ຖືກ​ທຳລາຍ​ໃນ​ເຫດ​ຄາດ​ຕະກຳ​ຢູ່​ມະຫາວິທະຍາ​ໄລ Moi ​ໃນ​ເທດສະບານ Garissa, ​ເມື່ອ​ວັນ​ທີ 2/4 ຜ່ານ​ມາ​ແມ່ນ Abdirahim Abdullahi, ​ນັກ​ສຶກສາ​ດ້ານ​ກົດ​ໝາຍ ​ແລະ ​ແມ່ນ​ລູກ​ຂອງເຈົ້າ​ໜ້າທີ່​ທ່ານ​ໜຶ່ງຢູ່ Mandera, ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ Kenya. Abdirahim Abdullahi ​ໄດ້​ປົບ​ໜີ​ໄປ​ແຕ່​ປີ 2013. ​ໃນ​ຈຸດ​ເວລາ​ນັ້ນ, ພໍ່​ຂອງ Abdirahim Abdullahi ​ໄດ້​ແຈ້ງ​ໃຫ້​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນຊາບກ່ຽວ​ກັບ​ເລື່ອງ​ນີ້ ​ແລະ ສົງ​ໄສ​ວ່າ​ລູກ​ຊາຍ​ຂອງ​ທ່ານ ​ໄດ້​ລີ້​ໄປ Somali ​ເພື່ອ​ເຂົ້າ​ຮ່ວມ​ກຸ່ມ​ທະຫານ​ແຕກ​ທັບ Al Sabaab ທີ່​ກ່ຽວຂ້ອງ​ເຖິງ​ເຄືອ​ຂ່າຍ​ກໍ່​ການ​ຮ້າຍ​ສາກົນ Al Qaeda. ກຸ່ມ​ດັ່ງກ່າວ​ຍອມຮັບວ່າ ​​ໄດ້​ດຳ​ເນີນ​ເຫດ​ຄາດ​ຕະກຳ​ຢູ່​ມະຫາວິ​ທະຍາ​ໄລ Moi, ​ເຮັດ​ໃຫ້ 148 ຄົນ​ເສ​ຍຊີວິດ. ນີ້​ແມ່ນ​ການ​ບຸກ​ໂຈມ​ຕີນ​ອງ​ເລືອດ​ທີ່​ສຸດ​ນັບ​ແຕ່​ເຫດ​ວາງ​ລະ​ເບີດ​ສະຖານທູດ​ອາ​ເມ​ລິ​ກາ​ ປະຈຳ Kenya ​ເມື່ອ​ປີ 1998.

ຂ່າວ/ບົດ​ອື່ນ