Liveshow “ຂອງຂວັນແຫ່ງການເວລາ”ສະເຫຼີມສະຫຼອງໄຊຊະນະວັນທີ30/4

Liveshow “ຂອງຂວັນແຫ່ງການເວລາ”ສະເຫຼີມສະຫຼອງໄຊຊະນະວັນທີ30/4 - ảnh 1
ການ​ປະ​ຊຸມ​ຂ່າວ​ຂອ​ງ​ຄະ​ນະ​ຈັດ​ຕັ້ງ

(vovworld) – “​ຂ​ອງ​ຂວັນ​ແຫ່ງ​ການ​ເວ​ລາ” ແມ່ນ​ລາຍ​ການ​ເພງ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ຊາ​ດ​ເປັນ​ເອ​ກະ​ພາບ (30/4/1975 – 30/4/2015). ລາຍ​ການ​ຈະ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 25/4/2015 ຢູ່​ຫໍ​ວັດ​ທະ​ນະ​ທຳ​ມິດ​ຕະ​ພາບ ຮ່າ​ໂນ້ຍ ແລະ ຈະ​ໄດ້​ຖ່າຍ​ທອດ​ສົດ​​ຜ່ານ​ຊ່ອງ​ໂທ​ລະ​ພາບກອງ​ທັບ ຫວຽດ​ນາມ, Mobitv.vn. ຕອນ​ບ່າຍ​ວັນ​ທີ 19/4, ຢູ່​ຮ່າ​ໂນ້ຍ, ຊ່ອງ​ໂທ​ລະ​ພາບ​ກອງ​ທັບ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ບໍ​ລິ​ສັດ​ໂທ​ລະ​ພາບ Viettel, ບໍ​ລະ​ສັດ​ສື່​ສານ ຫວຽດ​ ບັນ​ເທ​ິງ ໄດ້​ຈັດ​ການ​ປະ​ຊຸມ​ຂ່າວ​ແນະ​ນຳ​ລາຍ​ການ​ສະ​ແດງ ສິ​ລະ​ປະ “​ຂອງ​ຂວັນ​ແຫ່ງ​ການ​ເວ​ລາ​”. ຄະ​ນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ: ລາຍ​ການ​ສະ​ແດງ​ສິ​ລະ​ປະ​ນີ້​ຈະ​ທົບ​ທວນ​ຄືນ​ອະ​ດີດ​ຕະ​ການ​ທີ່ພິ​ລະ​ອາດ​ຫານ​ຂອງ​ລຸ້ນ​ພໍ່​ລຸ້ນ​ອ້າຍ ໃນ​ໄລ​ຍະ​ຕໍ່​ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ ຝ​ຣັ່ງ, ຕໍ່​ສູ້​ຕ້ານ​ຈັກ​ກະ​ພັດ​ ອາ​ເມ​ລິ​ກາ ແລະ ຊຸມ​ປີ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່. ລາຍ​ການ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງ​ລະ​ອຽດ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ຮ້ອງ​​ທີ່​ມີ​ຊື່​ສຽງໂດ່ງ​ດັງ​.


ຂ່າວ/ບົດ​ອື່ນ