Mercosurເພີ່ມທະວີການແລກປ່ຽນການຄ້າແລະການລົງທຶນກັບຫວຽດນາມ

Mercosurເພີ່ມທະວີການແລກປ່ຽນການຄ້າແລະການລົງທຶນກັບຫວຽດນາມ - ảnh 1
ທ່ານ ​Rodolfo Caffaro Kramer, ປະ​ທານ​ຫ້ອງ​ການ​ການ​ຄ້າ
​ກຸ່ມ​ຕະ​ຫຼາດ​ລວມ​ອາ​ເມ​ລິ​ກາ​ໃຕ້ (Mercosur) - ອາ​ຊຽນ
(ພາບ​ປະ​ກອບ: MACC - Mercosur ASEAN)


(vovworld) - ​ວັນ​ທີ 08/10, ທ່ານ​ປະ​ທານ​ຫ້ອງ​ການ​ການ​ຄ້າ​ກຸ່ມ​ຕະ​ຫຼາດ​ລວມ​ອາ​ເມ​ລິ​ກາ​ໃຕ້ (Mercosur) - ອາ​ຊຽນ Rodolfo Caffaro Kramer ໃຫ້​ຮູ້​ວ່າ, ມີ​ຄະ​ນະ​ຜູ້​ຕາງ​ໜ້າ​ເຊິ່ງ​ລວມ​ມີ​ເຈົ້າໜ້າ​ທີ່, ນັກ​ທຸ​ລະ​ກິດອາກ​ຊັງ​ຕິນ, ປາ​ຣາກວາຍ ແລະ ອູ​ຣູກວາຍ ຈະ​ມີ​ການ​ຢ້ຽມ​ຢາມ​ຫວຽດ​ນາມ, ສິງ​ກະ​ໂປ ແລະ ອີນ​ໂດ​ເນ​ເຊຍ ໃນ​ລະ​ຫວ່າງວັນ​ທີ 10 – 23/10 ຈະ​ມາ​ເຖິງ. ທ່ານ Kramer ໃຫ້​ຮູ້​ວ່າ, ຈະ​ເຮັດ​ວ​ຽກ​ກັບ​ບັນ​ດາ​ຄູ່​ຮ່​ວມ​ມື​ຫວຽດ​ນາມ ​ມາເປັ​ນ​ເວ​ລາ​ອາ​ທິດ​ໜຶ່ງ ເພື່ອ​ແນ​ໃສ່​ຊຸກ​ຍູ​້​ການ​ແລກ​ປ່ຽນ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ Mercosur ກັບ​ຫວຽດ​ນາມ. ທ່ານ​ຕີ​ລາ​ຄາ​ສ​ູງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ​ເສດ​ຖະ​ກິດ, ກ​ໍ​ຄື​ບັນ​ດາ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ຫວຽດ​ນາມ ໃນ​ຊຸມ​ປີມໍ່ໆ​ມານີ້. ທ່ານ​ກໍ​ໃຫ້​ຮູ້​ຈຸດ​ປະ​ສົງ​ຂອງ​ການ​ຢ້ຽມ​ຢາມ​ຄັ້ງ​ນີິ້​ແມ່ນ​ເພື່ອ​ສ້າງ​ຕັ້ງ​ການ​ພົວ​ພັນ​ໂດຍ​ກົງ​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ ອາກ​ຊັງ​ຕິນ, ປາ​ຣາກວາຍ ແລະ ອູ​ຣູກວາຍ ກັບ​ຫວຽດ​ນາມ.

        ຕາມ​ທ່ານ Kramer ແລ້ວ, ຫວຽດ​ນາມ ແມ່ນ​ຕະ​ຫຼາດ​ມີ​ຄ​ວາມ​ຕ້ອງ​ການ​ສູງ​ກ່ຽວ​ກັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຊີ້, ໝາກ​ໄມ້, ເຫຼົ້າ​ແວງ, ການ​ຢາ​ຂອງ​ອາກ​ຊັງ​ຕິນ. ໃນ​ຂະ​ນະ​ນັ້ນ, ວິ​ສາ​ຫະ​ກິດ​ອາກ​ຊັງ​ຕິນ ເອົາ​ໃຈ​ໃສ່​ນຳ​ເຂົ້າ​ກາ​ເຟ​ຈາກຫວຽດ​ນາມ.


ຂ່າວ/ບົດ​ອື່ນ