Nike ປະກອບສ່ວນຫຼາຍຢ່າງໃຫ້ແກ່ການສົ່ງອອກແລະການເຕີບໂຕຂອງຫວຽດນາມ

(VOVWORLD) -Nike ໄດ້ມີບັນດາການປະກອບສ່ວນຫຼາຍພໍສົນຄວນເຂົ້າໃນວຽກງານຮັບປະກັນຊີວິດສັງຄົມ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດເກີບໜັງ.

Nike ປະກອບສ່ວນຫຼາຍຢ່າງໃຫ້ແກ່ການສົ່ງອອກແລະການເຕີບໂຕຂອງຫວຽດນາມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕ້ອນຮັບທ່ານ Chris Helezer, ຮອງປະທານກຸ່ມບໍລິສັດ Nike

(ພາບ: TTXVN)

Nike ປະກອບສ່ວນຫຼາຍຢ່າງໃຫ້ແກ່ການສົ່ງອອກ ແລະ ການເຕີບໂຕຂອງຫວຽດນາມ. ນັ້ນແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ທີ່ການຕ້ອນຮັບທ່ານ Chris Helezer, ຮອງປະທານກຸ່ມບໍລິສັດ Nike (ອາເມລິກາ) ໃນຕອນບ່າຍວັນທີ 10 ມິຖຸນາ, ຢູ່ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີຖືວ່າ, Nike ໄດ້ມີບັນດາການປະກອບສ່ວນຫຼາຍພໍສົນຄວນເຂົ້າໃນວຽກງານຮັບປະກັນຊີວິດສັງຄົມ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດເກີບໜັງ.

        ສ່ວນທ່ານ Chris Helezer, ຮອງປະທານກຸ່ມບໍລິສັດ Nike, ຢືນຢັນວ່າ, ຫວຽດນາມ ແມ່ນຕະຫຼາດສຳຄັນທີ່ສຸດຂອງ Nike ໃນການຜະລິດຜະລິດຕະພັນສົ່ງອອກ, ເມື່ອ 50% ຜະລິດຕະພັນຂອງ Nike ໃນທົ່ວໂລກທີ່ຜະລິດຢູ່ຫວຽດນາມ. ເພື່ອບັນລຸໄດ້ຜົນງານດັ່ງກ່າວແມ່ນຍ້ອນຊາວຫວຽດນາມ ມີຄວາມດຸໝັ່ນ, ສະຫຼາດ ແລະ ການຮ່ວມມືລະຫ່າງ Nike ກັບບັນດາອົງການສູນກາງ ແລະ ທ້ອງຖິ່ນຢ່າງແໜ້ນແຟ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ