OECD ຄາດຄະເນເສດຖະກິດຂອງ ຫວຽດນາມ ເຕີບໂຕ 6,6%

(VOVWORLD) -OECD ໃຫ້ຂໍ້ສັງເກດວ່າ ຫວຽດນາມ ສືບຕໍ່ນຳໜ້າ top 5 ພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ (ຟີລິບປິນ, ອິນໂດເນເຊຍ, ມາເລເຊຍ ແລະ ໄທ).
OECD ຄາດຄະເນເສດຖະກິດຂອງ ຫວຽດນາມ ເຕີບໂຕ 6,6% - ảnh 1(ພາບປະກອບ: TTXVN)

        ໃນບົດລາຍງານທີ່ປະກາດວັນທີ 31 ມີນາ, ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໃຫ້ຂໍ້ສັງເກດວ່າ, ເສດຖະກິດ ຫວຽດນາມ ຈະເຕີບໂຕ 6,6% ໃນປີ 2023 ແລະ ຢູ່ລະດັບເຊັ່ນດຽວກັນໃນປີ 2024. ກຳລັງໜູນຕົ້ນຕໍແມ່ນການລົງທຶນຕ່າງປະເທດເຂົ້າຂົງເຂດຜະລິດ, ໂດຍສະເພາະແມ່ນເຄື່ອງເອເລັກໂຕນິກ, ຜະລິດເຄື່ອງຈັກ, ເຄື່ອງຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງ… ດ້ວຍການຄາດຄະເນດັ່ງກ່າວ, OECD ໃຫ້ຂໍ້ສັງເກດວ່າ ຫວຽດນາມ ສືບຕໍ່ນຳໜ້າ top 5 ພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ (ຟີລິບປິນ, ອິນໂດເນເຊຍ, ມາເລເຊຍ ແລະ ໄທ).

        ເມື່ອຕີລາຄາກ່ຽວກັບການທ່ອງທ່ຽວ, ບົດລາຍງານຂອງ OECD ໃຫ້ຮູ້ວ່າ, ຫວຽດນາມ ມີທ່າແຮງຍ້ອນມີທິວທັດທຳມະຊາດທີ່ສວຍງາມ, ຮູບແບບການທ່ອງທ່ຽວແມ່ນມີຫຼາຍຮູບຫຼາຍແບບ. ຕາມ OECD ແລ້ວ, ຫວຽດນາມ ກໍຄວນຫັນບັນດາແຫຼ່ງແຂກຕ່າງປະເທດເປັນຫຼາຍຮູບຫຼາຍແບບຢ່າງໄວກວ່າອີກ, ເອົາໃຈໃສ່ເຖິງຕະຫຼາດ ອາຊຽນ, ອິນເດຍ, ພ້ອມກັນນັ້ນກໍ່ແມ່ນຂຸດຄົ້ນການທ່ອງທ່ຽວຢູ່ພາຍໃນປະເທດໃຫ້ເປັນຢ່າງດີກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ