Papua New Guinea ຄາດວ່າມີກ່ວາ 2000 ຄົນຖືກຕິດຄ້າງໃຕ້ດິນໃນເຫດດິນເຊາະເຈື່ອນ

(VOVWORLD) - ໝູ່ບ້ານ Yambali ມີປະຊາຊົນຫຼາຍຄົນດຳລົງຊີວິດຢູ່ແຂວງ Enga, ທາງທິດເໜືອຂອງ Papua New Guinea, ເກືອບຄືວ່າຖືກພັງທະລາຍ, ຍ້ອນສ່ວນໜຶ່ງຂອງພູ Mungalo ຖືກເຊາະເຈື່ອນໃນວັນທີ 24 ພຶດສະພາ
Papua New Guinea ຄາດວ່າມີກ່ວາ 2000 ຄົນຖືກຕິດຄ້າງໃຕ້ດິນໃນເຫດດິນເຊາະເຈື່ອນ - ảnh 1ສະຖານທີ່ເກີດເຫດ
(ພາບ:AFP/TTXVN)

ລັດຖະບານ Papua New Guinea ຄາດຄະເນວ່າ ມີປະຊາຊົນຫຼາຍກ່ວາ 2.000 ຄົນຖືກຕິດຄ້າງໃຕ້ດິນໃນເຫດດິນເຊາະເຈື່ອນເມື່ອທ້າຍອາທິດຜ່ານມາຢູ່ປະເທດນີ້. ຂໍ້ມູນດັ່ງກ່າວຖືກຍົກອອກມາໃນຈົດໝາຍຂອງສູນໄພພິບັດທຳມະຊາດແຫ່ງຊາດ Papua New Guinea ຝາກເຖິງ ສປຊ. ຈົດໝາຍສະບັບນີ້ຂຽນວັນທີ 26 ພຶດສະພາ, ໄດ້ປະກາດວັນທີ 27 ພຶດສະພາ.

        ໝູ່ບ້ານ Yambali ມີປະຊາຊົນຫຼາຍຄົນດຳລົງຊີວິດຢູ່ແຂວງ Enga, ທາງທິດເໜືອຂອງ Papua New Guinea, ເກືອບຄືວ່າຖືກພັງທະລາຍ, ຍ້ອນສ່ວນໜຶ່ງຂອງພູ Mungalo ຖືກເຊາະເຈື່ອນໃນວັນທີ 24 ພຶດສະພາ, ຖົມເຮືອນກ່ວາ 150 ຫຼັງໃນຂະນະທີ່ປະຊາຊົນພວມນອນຢູ່. ກຳລັງກູ້ໄພກູ້ຊີບໄດ້ມີໜ້າຢູ່ສະຖານທີ່ເກີດເຫດ ແຕ່ບັນດາອຸປະກອນຈຳເປັນໃຫ້ວຽກງານກູ້ໄພກູ້ຊີບ ຍັງບໍ່ທັນເຂົ້າເຖິງໝູ່ບ້ານທີ່ຫ່າງໄກສອກຫຼິກນີ້ ຍ້ອນທາງເຂົ້າຖືກຕັດຕອນ ແລະ ເສັ້ນທາງເຂົ້າໝູ່ບ້ານນີ້ພຽງແຕ່ນຳໃຊ້ ເອລິກອບເຕີ ເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ