Savills ຫວຽດນາມ: ອະສັງຫາລິມະຊັບຄຸນນະພາບສູງມີຄວາມສາມາດບົ່ມຊ້ອນພັດທະນາຫລາຍຢ່າງ

(VOVWORLD) - ດ້ວຍເງື່ອນໄຂສະດວກຫລາຍຢ່າງ, ອະສັງຫາລິມະຊັບຄຸນນະພາບສູງຢູ່ ຫວຽດນາມ ສືບຕໍ່ມີການພັດທະນາຢ່າງແຮງໃນໄລຍະຈະມາເຖິງ.
Savills ຫວຽດນາມ: ອະສັງຫາລິມະຊັບຄຸນນະພາບສູງມີຄວາມສາມາດບົ່ມຊ້ອນພັດທະນາຫລາຍຢ່າງ - ảnh 1 (ພາບປະກອບ / TTXVN)

ນີ້ແມ່ນຂໍ້ສັງເກດໂດຍ Savills ຫວຽດນາມ ແບ່ງປັນກັບສື່ມວນຊົນໃນວັນທີ 30 ມັງກອນ, ຕາມທ່ານ Neil MacGregor, ຜູ້ອຳນວຍການໃຫຍ່ Savills ຫວຽດນາມ ແລ້ວ, ປີ 2018 ແມ່ນປີທີ່ມີລັກສະນະບາດລ້ຽວ ດ້ວຍບັນດາການປ່ຽນແປງຢ່າງວ່ອງໄວໃນຕະຫລາດເຮືອນຢູ່ ຫວຽດນາມ. ເມື່ອໄຈ້ແຍກຂໍ້ສັງເກດດັ່ງກ່າວ ທ່ານ Neil MacGregor ຖືວ່າ: ກຳລັງໜູນການເຕີບໂຕຂອງຕະຫລາດເຮືອນຢູ່ຢູ່ ຫວຽດນາມ ສືບຕໍ່ໄດ້ຮັບການຊຸກຍູ້ ໂດຍອີງໃສ່ໂຄງປະກອບພົນລະເມືອງທີ່ຢູ່ໃນເກນອາຍຸອອກແຮງງານ ກວມເອົາສ່ວນໃຫຍ່, ແງ່ຫວັງທາງດ້ານເສດຖະກິດມີຄວາມຕັ້ງໜ້າ ແລະ ບັນດາໂຄງການພື້ນຖານໂຄງລ່າງໃໝ່. ນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ ພວມກ້າວເຂົ້າສູ່ໄລຍະຫັນປ່ຽນ ແລະ ທຽບເທົ່າກັບບັນດານະຄອນອື່ນໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ