SEA Games 32: ການນຳບາງປະເທດ ຂອງອາຊຽນ ຈະເຂົ້າຮ່ວມພິທີເປີດ ຊີເກມ ຄັ້ງທີ 32 ຢູ່ກຳປູເຈຍ

(VOVWORLD) - ກ່າວຄຳເຫັນຢູ່ສູນວາງສະແດງ ແລະ ກອງປະຊຸມສາກົນ Chroy Changvar, ທ່ານ Hun Sen ໃຫ້ຮູ້ວ່າ ປະທານປະເທດ ລາວ ຈະໄປຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ ໃນເດືອນພຶດສະພາ ແລະ ເຂົ້າຮ່ວມພິທີເປີດ ຊີເກມ ຄັ້ງທີ 32
SEA Games 32: ການນຳບາງປະເທດ ຂອງອາຊຽນ ຈະເຂົ້າຮ່ວມພິທີເປີດ ຊີເກມ ຄັ້ງທີ 32 ຢູ່ກຳປູເຈຍ - ảnh 1
ງານມະຫາກຳ ກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 32
(ພາບ:vietnamplus.vn)

ວັນທີ 20 ກຸມພາ, ທ່ານນາຍົກລັດທະມົນຕີ ລາດຊະອານາຈັກ ກໍາປູເຈຍ Samdech Techo Hun Sen, ມີແຈ້ງການວ່າ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຈະເຂົ້າຮ່ວມພິທີເປີດ ງານມະຫາກຳ ກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 32 (ຊີເກມ ຄັ້ງທີ 32) ເຊິ່ງຈະໄຂຂຶ້ນຢູ່ ນະຄອນຫຼວງພະນົມເປັນ ວັນທີ 5 ພຶດສະພາ. ກ່າວຄຳເຫັນຢູ່ສູນວາງສະແດງ ແລະ ກອງປະຊຸມສາກົນ Chroy Changvar, ທ່ານ Hun Sen ໃຫ້ຮູ້ວ່າ ປະທານປະເທດ ລາວ ຈະໄປຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ ໃນເດືອນພຶດສະພາ ແລະ ເຂົ້າຮ່ວມພິທີເປີດ ຊີເກມ ຄັ້ງທີ 32. ຕາມ ທ່ານ Hun Sen, ບັນດາການນຳຂັ້ນສູງຂອງ ຫວຽດນາມ ກໍ່ໄດ້ຮັບການເຊື້ອເຊີນ ເຂົ້າຮ່ວມພິທີເປີດງານມະຫາກຳກິລາທີ່ຍິ່ງໃຫຍ່ທີ່ສຸດໃນພາກພື້ນນີ້.

        ກຳປູເຈຍ ຈະເປັນເຈົ້າພາບຈັດ ຊີເກມ ຄັ້ງທີ 32 ແລະ ງານມະຫາກຳກິລາຄົນພິການ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 12 (ອາຊຽນ Para games) ຕາມລຳດັບເຊິ່ງຈະດຳເນີນ ນັບແຕ່ວັນທີ 5 ເຖິງ ວັນທີ 17 ພຶດສະພາ ແລະ ແຕ່ວັນທີ 29 ພຶດສະພາ ເຖິງ ວັນທີ 9 ມິຖຸນາ ທີ່ຈະມາເຖິງ. ສອງກິດຈະກຳກິລາຖືກເອີ້ນລວມກັນວ່າເຫດການ “ກຳປູເຈຍ 2023”.ຄຳຂວັນຂອງ “ກຳປູເຈຍ 2023” ແມ່ນ “ກິລາ: ດຳລົງຊີວິດໃນສັນຕິພາບ”.

ຕອບກັບ

ຂ່າວ/ບົດ​ອື່ນ