ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມAMM
(ພາບ: TTXVN)
|
(vovworld) - ວັນທີ 8/6, ທ່ານເລຂາທິການກະຊວງການຕ່າງປະເທດມາເລເຊຍ Othman Hashimn ໃຫ້ຮູ້ວ່າ, ໜຶ່ງໃນບັນດາບັນຫາເຊິ່ງກອງປະຊຸມ SOM ອາຊຽນ ສະເໜີປຶກສາຫາລືທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 48 (AMM 48), ເຊິ່ງຄາດວ່າຈະດຳເນີນໃນເດືອນ 8 ຈະມາເຖິງຢູ່ກົວລາລຳເປີ, ນັ້ນແມ່ນການເຈລະຈາກ່ຽວກັບປະມວນຫຼັກການປະພຶດຕໍ່ຢູ່ທະເລຕາເວັນອອກ (COC). ທ່ານໃຫ້ຮູ້ວ່າ, ບັນດາຂໍ້ສະເໜີຖືກຍົກອອກມາເພື່ອປຶກສາຫາລືຢູ່ AMM 48 ລວມມີຄວາມມານະພະຍາຍາມກໍ່ສ້າງອາຊີຕາເວັນອອກສ່ຽງໃຕ້ ໃຫ້ເປັນພາກພື້ນປອດອາວຸດນິວຄະເລຍ, ແລະ ເລື່ອງບາງປະເທດໃນນັ້ນມີນອກແວ, ສປປ ເກົາຫຼີ ສະເໜີກາຍເປັນຄູ່ຮ່ວມມືເຈລະຈາຂອງອາຊຽນ. ຕາມລາຍການ, ວັນທີ 9/6, ບັນດາເຈົ້າໜ້າທີ່ຂັ້ນສູງອາຊຽນ ແລະ ບັນດາຄູ່ຮ່ວມມືເຈລະຈາຂອງອາຊຽນ, ເຊິ່ງລວມມີຈີນ, ບີ່ປຸ່ນ ແລະ ສເກົາຫຼີ (ອາຊຽນ+3) ຈະປະຊຸມຢູ່ ກູຈິງ ເພື່ອປຶກສາຫາລືກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມ AMM ແລະ ບັນດາກອງປະຊຸມຂັ້ນສູງອື່ນໆໃນໄລຍະຈະມາເຖິງ.